ໃນຂອບເຂດຂອງລາຍການ, ບັນດາຜູ້ແທນໄດ້ຢ້ຽມຊົມເຂດວັດທະນະທຳ - ເຂດສັກສິດທີ່ເປັນເອກະລັກສະເພາະຂອງນະຄອນຫຼວງໃນລະດູການງານບຸນ.
ບັນດາຜູ້ແທນເຂົ້າຮ່ວມລາຍການ (ພາບ: ຄະນະຈັດຕັ້ງ)
ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວ ພ້ອມກັບພັນລະຍາ, ສາມີ 15 ທ່ານ, ພ້ອມກັບພະນັກງານການທູດຢູ່ບັນດາສະຖານທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມລາຍການ “ໄປທ່ຽວຊົມລະດູບານໃໝ່ມິດຕະພາບ ປີ 2026” ໂດຍສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ສົມທົບກັບພະແນກທ່ອງທ່ຽວ ແລະ ຕາແສງ ເຮືອງເຊີນ ຈັດຂຶ້ນໃນວັນທີ 21 ມີນາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຮືອງເຊີນ.
ໃນຂອບເຂດຂອງລາຍການ, ບັນດາຜູ້ແທນໄດ້ຢ້ຽມຊົມເຂດວັດທະນະທຳ - ເຂດສັກສິດທີ່ເປັນເອກະລັກສະເພາະຂອງນະຄອນຫຼວງໃນລະດູການງານບຸນ. ຢູ່ທີ່ນີ້, ບັນດາຜູ້ແທນໄດ້ຊອກຮູ້ກ່ຽວກັບປະຫວັດສາດ - ວັດທະນະທຳ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ, ປູກຕົ້ນໄມ້ທີ່ລະນຶກ…
ເຂົ້າຮ່ວມເຫດການ, ທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ ສະແດງຄວາມເຫັນວ່າ ລາຍການນີ້ໄດ້ປະກອບສ່ວນຊ່ວຍໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຊາວ ຫວຽດນາມ ຢ່າງເລິກເຊິ່ງກວ່າ.