ແຟຼດຟອມແຜນທີ່ດີຕີຕອນວັດທະນະທຳ ຫວຽດນາມ (CMAP) ໄດ້ເປີດຕົວຢ່າງເປັນທາງການໃນຕອນຄ່ຳວັນທີ 01 ພະຈິກ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວັນມຽວ - ກວັກຕືຢຽມ, ຮ່າໂນ້ຍ. ເຫດການເພື່ອມຸ່ງໄປເຖິງການເຊື່ອມຕໍ່ຂໍ້ມູນດ້ານວັດທະນະທຳໃນສະພາບແວດລ້ອມດີຈີຕອນ, ຮັບໃຊ້ປະຊາຊົນ, ແຂກທ່ອງທ່ຽວ, ອົງການຄຸ້ມຄອງ ແລະ ວິສາຫະກິດ; ປະກອບສ່ວນຍົກສູງຄວາມສາມາດເຂົ້າເຖິງ, ໂຄສະນາ ແລະ ການຂຸດຄົ້ນບັນດາແຫຼ່ງກຳລັງດ້ານວັດທະນະທຳຂອງ ຫວຽດນາມ ຢ່າງມີປະສິດທິຜົນ. ທ່ານນາງ ເລິມທິເຟືອງແທັງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ເນັ້ນໜັກວ່າ:
ຂ້າພະເຈົ້າປາດຖະໜາວ່າ ບັນດານັກສິລະປິນ, ນັກສິລະປະການ, ບັນດາຜູ້ປະດິດຄິດສ້າງ ແລະ ວິສາຫະກິດ ຈະພ້ອມກັນນຳເອົາບັນດາການເຄື່ອນໄຫວ ເລື່ອງລາວທີ່ມີຄຸນນະພາບ, ເລົ່າເລື່ອງກ່ຽວກັບ ຫວຽດນາມ ດ້ວຍຄວາມເຂົ້າໃຈ, ຄວາມເອກອ້າງທະນົງໃຈ ແລະ ຈິດໃຈປະດິດຄິດສ້າງ, ຄຸນນະພາບການສຳພາດຕົວຈິງຈະດຶງດູດໃຫ້ປະຊາຊົນຢາກກັບຄືນມາ ແລະ ຢາກແນະນຳ, ແບ່ງປັນກັບຜູ້ອື່ນອີກ.
ຢູ່ທີ່ນີ້, ປະຊາຊົນ ແລະ ແຂກທ່ອງທ່ຽວສາມາດຊອກຫາ, ຄົ້ນຫາບັນດາເຫດການ, ມໍລະດົກ, ລະບົບພິພິທະພັນ ກໍ່ຄືບັນດາການເຄື່ອນໄຫວວັດທະນະທຳທີ່ພົ້ນເດັ່ນຢູ່ 34 ແຂວງ ແລະ ນະຄອນ.






