ຂ່າວສານ

ແຜນທີ່ດີຈີຕອນວັດທະນະທຳ ຫວຽດນາມ ປະກອບສ່ວນແຜ່ກະຈາຍຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ

ເຫດການເພື່ອມຸ່ງໄປເຖິງການເຊື່ອມຕໍ່ຂໍ້ມູນດ້ານວັດທະນະທຳໃນສະພາບແວດລ້ອມດີຈີຕອນ, ຮັບໃຊ້ປະຊາຊົນ, ແຂກທ່ອງທ່ຽວ, ອົງການຄຸ້ມຄອງ ແລະ ວິສາຫະກິດ
ພິ​ທີເປີດຕົວແຟຼດຟອມແຜນທີ່ດີຕີຕອນວັດທະນະທຳ ຫວຽດນາມ (ພາບ​: VNA)

ແຟຼດຟອມແຜນທີ່ດີ​ຕີຕອນວັດທະນະທຳ ຫວຽດນາມ (CMAP) ໄດ້ເປີດຕົວຢ່າງເປັນ​ທາງ​ການໃນຕອນ​ຄ່ຳວັນທີ 01 ພະຈິກ, ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ວັນມຽວ - ກວັກຕືຢຽມ, ຮ່າໂນ້ຍ. ເຫດ​ການ​ເພື່ອ​ມຸ່ງ​ໄປ​ເຖິງ​ການເຊື່ອມຕໍ່ຂໍ້ມູນດ້ານ​ວັດ​ທະ​ນະ​ທຳ​ໃນສະພາບແວດລ້ອມດີ​ຈີຕອນ, ຮັບໃຊ້ປະ​ຊາ​ຊົນ, ​ແຂກທ່ອງທ່ຽວ, ​ອົງ​ກາ​ນ​ຄຸ້ມ​ຄອງ ແລະ ວິ​ສາ​ຫະ​ກິດ; ປະກອບສ່ວນ​ຍົກ​ສູງ​ຄວາມ​ສາ​ມາດເຂົ້າເຖິງ, ໂຄ​ສະ​ນາ ແລະ ການຂຸດຄົ້ນ​ບັນ​ດາ​ແຫຼ່ງກຳລັງ​ດ້ານວັດທະນະທຳຂອງ ຫວຽດນາມ ​ຢ່າງ​ມີປະ​ສິດ​ທິ​ຜົນ. ທ່ານນາງ ເລິມທິເຟືອງແທັງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດ​ນາມ, ເນັ້ນໜັກວ່າ:

ຂ້າພະເຈົ້າປ​າດ​ຖະ​ໜາວ່າ ບັນດານັກສິລະປິນ, ນັກ​ສິ​ລະ​ປະການ, ບັນດາຜູ້​ປະ​ດິດ​ຄິດສ້າງ ແລະ ວິ​ສາ​ຫະ​ກິດ ຈະພ້ອມ​ກັນ​ນຳ​ເອົາ​ບັນ​ດາ​ການ​ເຄື່ອນ​ໄຫວ ເລື່ອງລາວທີ່​ມີ​ຄຸນ​ນະ​ພາບ, ເລົ່າເລື່ອງ​ກ່ຽວ​ກັບ ຫວຽດ​ນາມ ດ້ວຍຄວາມເຂົ້າໃຈ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຈິດ​ໃຈ​ປະ​ດິດ​ຄິດ​ສ້າງ, ຄຸນນະພາບການ​ສຳ​ພາດ​ຕົວຈິງຈະດຶງດູດໃຫ້ປະຊາຊົນຢາກ​ກັບຄືນມາ ແລະ ຢາກແນະນຳ, ແບ່ງປັນກັບ​ຜູ້​ອື່ນອີກ.

ຢູ່ທີ່ນີ້, ປະ​ຊາ​ຊົນ​ ແລະ ແຂ​ກ​ທ່ອງ​ທ່ຽວ​ສາ​ມາດ​ຊອກ​ຫາ, ຄົ້ນ​ຫາ​ບັນ​ດາ​ເຫດ​ການ, ມໍລະດົກ, ລະບົບພິພິທະພັນ ກໍ່​ຄື​ບັນ​ດາ​ການ​ເຄື່ອນ​ໄຫວວັດທະນະທຳທີ່​ພົ້ນ​ເດັ່ນ​ຢູ່ 34 ແຂວງ ແລະ ນະຄອນ.


top