ຂ່າວສານ
ແນວທາງການຕ່າງປະເທດຂອງ ຫວຽດນາມ ແມ່ນ ປາດຖະໜາຢາກປະກອບສ່ວນເຂົ້າສັນຕິພາບ ແລະ ການພັດທະນາຂອງໂລກ
ສິ່ງນີ້ໂດຍທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈຸງ ຢັ້ງຢືນເມືອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງການເດີນທາງໄປເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ ຢູ່ອາເມລິກາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ. ທ່ານເລຮວ່າຍຈຸງ ຊີ້ແຈ້ງວ່າການເດີນທາງໄປປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ ຢັ້ງຢືນ ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ແລະ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ການແກ້ໄຂບັນດາບັນຫາລວມ ຂອງພາກພື້ນ ແລະ ສາກົນ, ຊຸກຍູ້ການພົວພັນ ຂອງ ຫວຽດນາມ ກັບບັນດາປະເທດເຈົ້າພາບ ແລະ ບັນດາຄູ່ຮ່ວມມືສາກົນ, ໃນນັ້ນມີບັນດາປະເທດຢູ່ພາກພື້ນຕາເວັນອອກກາງ.
ທ່ານລັດຖະມົນຕີ ເລຮວ່າຍຈຸງ ເນັ້ນໜັກວາ ສື່ມວນຊົນສາກົນ ແລະ ຫາງສຽງຕີລາຄາສູງ ເລື່ອງ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນສະມາຊິກສ້າງຕັ້ງຂອງສະພາສັນຕິພາບ ກ່ຽວກັບເຂດກາຊາ ແລະ ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມຄັ້ງນີ້. ການເຂົ້າຮ່ວມຂອງ ຫວຽດນາມ ສະແດງໃຫ້ເຫັນແນວທາງການຕ່າງປະເທດຂອງ ຫວຽດນາມ ແມ່ນປາດຖະໜາຢາກ ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງໂລກ ກໍ່ຄືການຮັບຮູ້ ແລະ ຄວາມເຄົາລົບຂອງ ສາກົນຕໍ່ຖານະບົດບາດຂອງ ຫວຽດນາມ ແລະ ຄວາມສາມາດປະກອບສ່ວນຂອງ ຫວຽດນາມ.







