• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຈ້ງການຮ່ວມລະຫວ່າງ ສສ.ຫວຽດນາມ ແລະ ລັດ ກາຕາ

ທີ່ບັນດາການພົບປະສົນທະນາ, ເຈລະຈາ ແລະ ການເຮັດວຽກລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກັບການນຳຂັ້ນສູງ ກາຕາ, 2 ຝ່າຍໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຢູ່ທຸກຂັ້ນ ແລະ ຜ່ານຊ່ອງທາງຕ່າງໆ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດແຫ່ງລັດ ກາຕາ Mohammed bin Abdulrahman bin Jassim Al Thani)

 ໃນລະຫວ່າງວັນທີ 30 ຕຸລາ - 01 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ກາຕາ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດແຫ່ງລັດ ກາຕາ Mohammed bin Abdulrahman bin Jassim Al Thani. ເນື່ອງໃນໂອກາດນີ້, 2 ປະເທດໄດ້ອອກແຈ້ງການຮ່ວມ.

        ແຈ້ງການຊີ້ແຈ້ງວ່າ, ທີ່ບັນດາການພົບປະສົນທະນາ, ເຈລະຈາ ແລະ ການເຮັດວຽກລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກັບການນຳຂັ້ນສູງ ກາຕາ, 2 ຝ່າຍໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຢູ່ທຸກຂັ້ນ ແລະ ຜ່ານຊ່ອງທາງຕ່າງໆ. ໃນນັ້ນ, ຊຸກຍູ້ຄວາມສາມາດເຈລະຈາບັນດາສັນຍາລະຫວ່າງລັດຖະບານ 2 ຝ່າຍ; ເພີ່ມທະວີການສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ຍູ້ແຮງການເຊື່ອມຕໍ່ດຳເນີນທຸລະກິດ ແລະ ໜູນຊ່ວຍບັນດານັກລົງທຶນຈາກທັງ 2 ຝ່າຍ; 2 ຝ່າຍເຫັນດີນຳກັນຊອກຫາໂອກາດຮ່ວມມືໃນຂົງເຂດໃໝ່, ຄື: ທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພະລັງງານທົດແທນ ແລະ ບັນດາຂົງເຂດອື່ນໆ.

        2 ຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງຜ່ານທາງການທູດ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຊຸກຍູ້ການພັດທະນາຢູ່ລະດັບພາກພື້ນ ແລະ ທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top