ຂ່າວສານ
ແຂວງດຽນບຽນເລີ່ມລົງມືກໍ່ສ້າງ 3 ໂຮງຮຽນກິນນອນລະຫ່າງຂັ້ນ, ສ້າງກຳລັງໜູນພັດທະນາການສຶກສາ
ວັນທີ 2 ພະຈິກ, ຢູ່ 3 ຕາແສງເຂດຊາຍແດນຄື ນົວງາມ, ນາບຸງ ແລະ ຊາມມື້ນ, ແຂວງດຽນບຽນໄດ້ພ້ອມກັນຈັດຂຶ້ນພິທີເລີ່ມລົງມືກໍ່ສ້າງ ໂຮງຮຽນກິນນອນຊົນເຜົ່າລະຫວ່າງຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນ 3 ແຫ່ງ. ນີ້ແມ່ນ 3 ໃນຈຳນວນ 9 ໂຄງການໂດຍແຂວງມອບໜ້າທີ່ຜັນຂະຫຍາຍໃນປີ 2025 ຕາມແຜນນະໂຍບາຍຂອງກົມການເມືອງກ່ຽວກັບການກໍ່ສ້າງໂຮງຮຽນກິນນອນລະຫວ່າງຂັ້ນ ຢູ່ 248 ຕາແສງເຂດຊາຍແດນໃນທົ່ວປະເທດ. ທ່ານ ນົງກວາງທັ້ງ, ເລຂາຄະນະພັກຕາແສງ, ປະທານຄະນະກຳມະການປະຊາຊົນຕາແສງ ນົວງາມ ໃຫ້ຮູ້ວ່າ:
ນັບແຕ່ເວລາມີແຜນນະໂຍບາຍ, ຕາແສງໄດ້ເຊື້ອເຊີນ ຄະນະຄຸ້ມຄອງໂຄງການລົງເຮັດວຽກ ແລະ ເຮັດແຈ້ງໜ້າທີ່ຂອງແຕ່ລະຫົວໜ່ວຍ, ເລືອກເອົາສະຖານທີ່ ແລະ ມອບໃຫ້ຫົວໜ່ວຍວິຊາການສຳຫຼວດຂອບຂະໜາດ, ຈຳນວນຄອບຄົວທີ່ກ່ຽວຂ້ອງທີ່ດິນ. ຫຼັງຈາກນັ້ນຂົນຂວາຍ, ໂຄສະນານັບແຕ່ຄະນະພັກ ຈົນຮອດອຳນາດການປົກຄອງຂອງບ້ານ, ພິເສດບັນດາຄອບຄົວທີ່ມີດິນຖືກເກັບຄືນ ແລະ ມີຄວາມເຫັນດີສູງ ເພື່ອໂຄງການໄດ້ປະຕິບັດຖືກຕ້ອງຕາມຄວາມຄືບໜ້າແມ່ນ 31 ສິງຫາ 2026 ຈະມອບຮັບ ແລະ ກະກຽມບັນດາເງື່ອນໄຂ ໄຂສົກຮຽນໃໝ່.








