• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງດ້ຽນບຽນ ບໍ່ຈັດງານບຸນດອກສ້ຽວປ່າເພື່ອຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

      ງານບຸນດອກສ້ຽວປ່າ ແມ່ນງານບຸນເພື່ອໂຄສະນາ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຮູບແບບມໍລະດົກວັດທະນະທຳຊົນເຜົ່າຂອງແຂວງ ດ້ຽນບຽນ
ດອກສ້ຽວປ່າ
(ພາບປະກອບ: TTXVN)
      ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19, ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໄດ້ປະກາດໃຊ້ເອກະສານກ່ຽວກັບເລື່ອງ ບໍ່ຈັດຕັ້ງງານບຸນດອກສ້ຽວປ່າ ແລະ ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ຄັ້ງທີ 7. ແຂວງ ດ້ຽນບຽນ ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ຂະແໜງການແຂວງ, ຄະນະກຳມະການປະຊາຊົນບັນດາເມືອງ, ເທດສະບານເມືອງ, ນະຄອນ ແລະ ສະເໜີໃຫ້ບັນດາຄະນະ, ອົງການຈັດຕັ້ງສັງຄົມພາຍໃນແຂວງ ຈົ່ງປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຜ່ານນັ້ນກໍ່ປະກອບສ່ວນຄວບຄຸມໂລກລະບາດໃນບໍລິເວນແຂວງໃຫ້ເປັນຢ່າງດີ.
        ງານບຸນດອກສ້ຽວປ່າ ແມ່ນງານບຸນເພື່ອໂຄສະນາ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຮູບແບບມໍລະດົກວັດທະນະທຳຊົນເຜົ່າຂອງແຂວງ ດ້ຽນບຽນ; ຕິດພັນການອະນຸລັກຮັກສາ, ການເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວ, ການພັດທະນາເສດຖະກິດ - ສັງຄົມຂອງແຂວງ ໃນໄລຍະເຊື່ອມໂຍງ ແລະ ພັດທະນາ.
 (ແຫຼ່ງຄັດຈາກ VOV)

APEC 2027: ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ ​ຫວຽດ​ນາມ ຮັບ​ກະ​ແສ​ເງິນລົງ​ທຶນ​ເຕັກ​ໂນ​ໂລ​ຢີ​ໃໝ່

APEC 2027: ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ ​ຫວຽດ​ນາມ ຮັບ​ກະ​ແສ​ເງິນລົງ​ທຶນ​ເຕັກ​ໂນ​ໂລ​ຢີ​ໃໝ່

ຫວຽດ​ນາມ ຈະ​ໝູນໃຊ້ໂອ​ກາດ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ປີ 2027 ເພື່ອ​ຊຸກ​ຍູ້​ການ​ເປີດ​ປະ​ຕູ, ດຶງ​ດູດ​ການ​ລົງ​ທຶນ ແລະ ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ໃໝ່, ເປັນ​ຕົ້ນ​ແມ່ນ​ປັນ​ຍາ​ປະ​ດິດ (AI).

Top