• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ຢາລາຍ ກະກຽມໃຫ້ແກ່ກອງປະຊຸມ APEC ISOM 2027

ວາລະປະຊຸມຄົບຄະນະຂອງ ISOM ຄາດວ່າຈະເລີ່ມຕົ້ນໃນຕອນເຊົ້າຂອງວັນທີ 09 ທັນວາ.
  ທ່ານນາງ ຫງວຽນທິແທັງລິກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ (ພາບ: VNA)  

ກອງປະຊຸມເຈົ້າໜ້າທີ່ອາວຸໂສແບບບໍ່ເປັນທາງການ (ISOM) APEC 2027 ຈະຈັດຂຶ້ນໃນວັນທີ 07 - 09 ທັນວາ 2026 ຢູ່​ຕາ​ແສງ ກຸຍເຍິນ, ແຂວງ ຢາລາຍ, ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວຂອງປີ APEC ຫວຽດນາມ 2027. ຕາມຂໍ້ມູນ​ຈາກ​ຄະ​ນະ​ກຳ​ມະ​ການປະຊາຊົນແຂວງ ຢາລາຍ ທີ່ກອງປະຊຸມ​ຖະ​ແຫຼງຂ່າວ​ຈັດ​​ຂຶ້​ນ​ໃນ​ຕອນ​ບ່າຍ​ວັນ​ທີ 27 ພະຈິກ, ​ຢູ່​ຕາ​ແສງ ກຸຍເຍິນ ແລ້ວ, ​ມາ​ຮອດ​ປະ​ຈຸ​ບັນ, ວຽກ​ງານການກະກຽມ​ໃຫ້​ແກ່ກອງປະຊຸມໄດ້ສຳເລັດແລ້ວ.

ວາ​ລະປະຊຸມຄົບຄະນະຂອງ ISOM ຄາດວ່າຈະເລີ່ມຕົ້ນໃນຕອນເຊົ້າຂອງວັນທີ 09 ທັນວາ. ທ່ານນາງ ຫງວຽນທິແທັງລິກ, ຮອງປະທານຄະນະກຳມະການປະ​ຊາ​ຊົນ​ແຂວງ ຢາລາຍ, ໃຫ້​ຮູ້ວ່າ:

“ຜ່ານເຫດ​ການນີ້, ຫວຽດນາມ ແລະ ຢາລາຍ ຈະແນະນຳ, ໂຄ​ສະ​ນາ​ກ່ຽວ​ກັບປະເທດ​ຊາດ ແລະ ຊາວ ຫວຽດ​ນາມ, ວັດທະນະທຳ, ເສດຖະກິດ, ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່​າ​ແຮງ ເພື່ອ​ການ​ທູດວັດທະນະທຳ, ການທູດເສດຖະກິດ, ການ​ທູດ​ປະ​ຊາ​ຊົນ ແລະ ການທູດທາງການເມືອງ. ​ສານ​ທີ່ແຂວງ​ຢາກ​ແຜ່​ຂະ​ຫຍາຍ​ແມ່ນຈິດ​ໃຈ​ຮັກ​ແພງ​ແຂ​ກ​ຄົນ, ຄວາມເຄົາລົບນັບຖືຂອງຊ​າວ ຫວຽດນາມ, ຂອງປະຊາຊົນ ຢາລາຍ”.

(ແຫຼ່ງຄັດຈາກ VOV)

ສູນການເງິນສາກົນຢູ່ນະຄອນ ດ່ານັງ ປະກາດຫ້າຜະລິດຕະພັນການເງິນ

ສູນການເງິນສາກົນຢູ່ນະຄອນ ດ່ານັງ ປະກາດຫ້າຜະລິດຕະພັນການເງິນ

ຕອນເຊົ້າວັນທີ 28 ພະຈິກ, ຢູ່ນະຄອນ ດ່ານັງ, ອົງການບໍລິຫານສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ດ່ານັງ ໄດ້ຈັດພິທີມອບໃບຢັ້ງຢືນສະມາຊິກ ແລະ ປະກາດຜະລິດຕະພັນຂອງສູນ.

Top