• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ບັກຢາງ ສົ່ງເສີມການຈຳໜ່າຍໝາກລີ້ນຈີ່ໄປຍັງຕະຫຼາດ ອາເມລິກາ

ປີນີ້ ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ຕົ້ນໝາກລີ້ນຈີ່ໃນບໍລິເວນແຂວງເຕີບໂຕດີ. ຄາດວ່າ, ປະລິມານໝາກລີ້ນຈີ່ຂອງແຂວງບັນລຸກວ່າ 160.000 ໂຕນ
  ທີ່ກອງປະຊຸມທາງໄກ (ພາບ: TTXVN)  

 ວັນທີ 29 ມີນາ, ຄະນະກຳມະການປະຊາຊົນແຂວງ ບັກຢາງ ໄດ້ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມທາງໄກ “ເຊື່ອມຕໍ່ການແລກປ່ຽນສິນຄ້າ, ສົ່ງເສີມການຈຳໜ່າຍໝາກລີ້ນຈີ່ ແລະ ບັນດາຜະລິດຕະພັນທີ່ມີຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ ບັກຢາງ ເຂົ້າຕະຫຼາດ ອາເມລິກາ ປີ 2022”.

ຜູ້ຕາງໜ້າແຂວງ ບັກຢາງ ໃຫ້ຮູ້ວ່າ, ປີນີ້ ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ຕົ້ນໝາກລີ້ນຈີ່ໃນບໍລິເວນແຂວງເຕີບໂຕດີ. ຄາດວ່າ, ປະລິມານໝາກລີ້ນຈີ່ຂອງແຂວງບັນລຸກວ່າ 160.000 ໂຕນ; ໃນນັ້ນຄາດວ່າຈະສົ່ງອອກ 1.600 ໂຕນໄປຍັງຕະຫຼາດ ອາເມລິກາ, ອົດສະຕາລີ, ອີຢູ. ໃນນັ້ນ, ແຂວງ ບັກຢາງ ໄດ້ກຳນົດວ່າ ຕະຫຼາດ ອາເມລິກາ ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນ, ແຕ່ກໍ່ແມ່ນຕະຫຼາດຮຽກຮ້ອງຄຸນນະພາບສູງ. ສະນັ້ນ, ທາງແຂວງປາດຖະໜາວ່າ ສະຖານທູດ ຫວຽດນາ ມປະຈຳ ອາເມລິກາ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈະໜູນຊ່ວຍ, ແນະນຳ, ເຊື່ອມຕໍ່ລະຫວ່າງນັກທຸລະກິດ ອາເມລິກາ ກັບນັກທຸລະກິດ ຫວຽດນາມ ທີ່ມີການເຄື່ອນໄຫວໃນຂົງເຂດນຳເຂົ້າ-ສົ່ງອອກຜະລິດຕະພັນກະເສດ ເພື່ອຊອກຮູ້, ແລກປ່ຽນ, ຮ່ວມມື, ຮັບຊື້, ນຳເຂົ້າໝາກລີ້ນຈີ່ສົດ ກໍຄືບັນດາຜະລິດຕະພັນທີ່ປຸງແຕ່ງຈາກໝາກລີ້ນຈີ່.


(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top