• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຫວຽດ​ນາມ ເກືອບບັນ​ລຸ​ເຖິງຄາດ​ໝາຍ​ທີ່​ໄດ້​ວາງ​ອອກໃນ​ປີ 2023

ປັດຈຸບັນທົ່ວຂະແໜງທ່ອງທ່ຽວພວມມານະພະຍາຍາມຍູ້ໄວການຟື້ນຟູ, ເພີ່ມຄວາມໄວໃນການພັດທະນາການທ່ອງທ່ຽວຢ່າງມີປະສິດທິຜົນ, ຍືນຍົງ.
ພາບປະກອບ: dangcongsan.vn

ວັນທີ 29 ສິງຫາ ກົມໃຫຍ່ສະຖິຕິ ໄດ້ປະກາດຕົວເລກຫຼ້າສຸດໂດຍໃຫ້ຮູ້ວ່າ ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນເດືອນນີ້ບັນລຸກ່ວາ 1,2 ລ້ານເທື່ອຄົນ. ໄລ່ຮອດເດືອນ ສິງຫາປີນີ້, ແຂກທ່ອງທ່ຽວສາກົນ ມາຫວຽດນາມ ບັນລຸກ່ວາ 7,8 ລ້ານເທື່ອຄົນ ເກືອບບັນລຸຄາດໝາຍທີ່ໄດ້ວາງອອກໃນທັງປີ ແມ່ນ 8 ລ້ານເທື່ອຄົນ. ໃນຈຳນວນແຂກທ່ອງທ່ຽວສາກົນ ມາຫວຽດນາມ ໃນ 8 ເດືອນຜ່ານມາ, ແຂກທ່ອງທ່ຽວມາດ້ວຍທາງການບິນ ກວມເອົາ 87,6%, ທາງບົກກວມເອົາ 11,6% ແລະ ທາງທະເລກວມເອົາ 0,8%.

ປັດຈຸບັນທົ່ວຂະແໜງທ່ອງທ່ຽວພວມມານະພະຍາຍາມຍູ້ໄວການຟື້ນຟູ, ເພີ່ມຄວາມໄວໃນການພັດທະນາການທ່ອງທ່ຽວຢ່າງມີປະສິດທິຜົນ, ຍືນຍົງ. ພິເສດ, ນັບແຕ່ວັນທີ 15 ສິງຫາ, ກົດໝາຍວ່າດ້ານການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້າຍການເຂົ້າອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍວ່າດ້ານການ ເຂົ້າອອກເມືອງ, ຜ່ານແດນ, ພັກອາໄສຂອງ ຊາວຕ່າງປະເທດ ອາໄສຢູ່ ຫວຽດນາມ ດ້ວຍການປ່ຽນແປງທີ່ສຳຄັນຫຼາຍຢ່າງກ່ຽວກັບນະໂຍບາຍ ວີຊາ ແລະ ໄລຍະເວລາພັກອາໄສຂອງ ຊາວຕ່າງປະເທດ ທີ່ອາໄສຢູ່ ຫວຽດນາມ ໄດ້ມີຜົນສັກສິດຢ່າງເປັນທາງການ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top