• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸເກືອບ 4,6 ລ້ານເທື່ອຄົນ

ໃນ 5 ເດືອນຜ່ານມາ, ລາຍຮັບຈາການບໍລິການຜັກຜ່ອນ, ກິນດື່ມ ໄດ້ເພີ່ມຂຶ້ນກວ່າ 22%; ການທ່ອງທ່ຽວເພີ່ມຂຶ້ນ 90% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
(ພາບປະກອບ: TTXVN)

ຕອນເຊົ້າວັນທີ 29 ພຶດສະພາ, ຕາມແຫຼ່ງຂ່າວຈາກກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ໄລ່ລວມ 5 ເດືອນຕົ້ນປີ 2023, ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸເກືອບ 4,6 ລ້ານເທື່ອຄົນ, ຫຼາຍທົບ 12,6 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໃນ 5 ເດືອນຜ່ານມາ, ລາຍຮັບຈາການບໍລິການຜັກຜ່ອນ, ກິນດື່ມ ໄດ້ເພີ່ມຂຶ້ນກວ່າ 22%; ການທ່ອງທ່ຽວເພີ່ມຂຶ້ນ 90% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

        ໃນໄລຍະຜ່ານມາ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ຮັບການເຊີດຊູຈາກບັນດາອົງການສື່ມວນຊົນຢູ່ຕ່າງປະເທດ, ປະກອບສ່ວນເພີ່ມທະວີກຳລັງດູດດື່ມຂອງທ່ອງທ່ຽວ ຫວຽດນາມ ໃນແຜນທີ່ທ່ອງທ່ຽວໂລກ. ໃນນັ້ນ, ເວັບໄຊທ່ອງທ່ຽວຂອງ Micorsoft ໄດ້ສະເໜີ ກາດບ່າ (ຫາຍຟ່ອງ) ຢືນອັນກັບທີ 2 ໃນບັນຊີລາຍ 10 ເຂດຫາດຊາຍທະເລງາມທີ່ສຸດຢູ່ອາຊີ . ໃນຂະນະນັ້ນນັ້ນ, ເວັບໄຊທີ່ມີຊື່ສຽງ The Travel (ການາດາ) ສະເໜີ ນິງບິ່ງ ແມ່ນໜຶ່ງໃນຈຳນວນ 10 ສະຖານທີ່ພັກຜ່ອນບຳລຸງສຸຂະພາບດີທີ່ສຸດສະຫງວນໃຫ້ແກ່ຄອບຄົວໃນໂລກປີ 2023… ສ່ວນເວັບໄຊອາຫານການກິນ TasteAtlas ກໍ່ເຊີດຊູອາຫານ 2 ເຍື່ອງຂອງ ຫວຽດນາມ ແມ່ນ ຢໍຈືນ ແລະ ກ້ອຍພັນ ໃນບັນຊີລາຍຊື່ 50 ເຍື່ອງອາຫານກິນຫຼີ້ນດຶງດູດທີ່ສຸດໃນໂລກ…

 

(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top