ຕອນບ່າຍວັນທີ 13 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ Olivier Brochet.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຝລັ່ງ. ຫວຽດນາມ ພ້ອມແລ້ວທີ່ຈະຍູ້ແຮງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ ແລະ ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍຍູ້ແຮງ ແລະ ກະກຽມໃຫ້ແກ່ບັນດາການຢ້ຽມຢາມຂັ້ນສູງທີ່ຈະມາເຖິງໃຫ້ເປັນຢ່າງດີ; ຊຸກຍູ້ການຮ່ວມມືດ້ານເສດະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ… ແລະ ເປີດກວ້າງອອກສູ່ບັນດາຂົງເຂດໃໝ່, ຄື: ປັນຍາປະດິດ, ການບິນອະວະກາດ, ການຫັນເປັນສີຂຽວ, ພະລັງງານນິວເຄຼຍ.
ສ່ວນທ່ານເອກອັກຄະລັດຖະທູດ Olivier Brochet ຢືນຢັນວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດສຳຄັນຂອງ ຝລັ່ງ ຢູ່ພາກພື້ນ ອາຊີ - ປາຊີຟິກ. ທ່ານສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ - ຝລັ່ງ ເລິກເຊິ່ງຂຶ້ນຕື່ມ, ພ້ອມກັນນັ້ນ, ສະເໜີບັນດາໂຄງການຮ່ວມມືຢ່າງລະອຽດໃນບັນດາຂົງເຂດການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຄົມມະນາຄົມຂົນສົ່ງ, ເສັ້ນທາງລົດໄຟເຂດຕົວເມືອງ…