ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ສະຫະລັດມຽນມາ ຄົນໃໝ່ U Kyaw Soe Win, ໃນວັນທີ 07 ມິຖຸນາ.
![]()
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ
ຕ້ອນຮັບທ່ານເອກອັກຄະລັດຖະທູດມຽນມາ ຄົນໃໝ່ (ພາບ: TTXVN) |
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ U Kyaw Soe Win ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ເພີ່ມທະວີການຮ່ວມມືທີ່ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ; ເພີ່ມທະວີການຮ່ວມມືທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ. ສ່ວນທ່ານເອກອັກຄະລັດຖະທູດ U Kyaw Soe Win ຢືນຢັນວ່າ, ມຽນມາ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບຫວຽດນາມ; ພ້ອມທັງຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການເປີດກວ້າງ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດເວົ້າລວມ ກໍຄືການພົວພັນຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດເວົ້າສະເພາະໃຫ້ເລິກເຊິ່ງກວ່າ; ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ກະກຽມໃຫ້ແກ່ບັນດາການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງຂອງການນຳ 2 ປະເທດໃຫ້ເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)