• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດໃຫ້ການພົວພັນລະຫວ່າງຍີ່ປຸ່ນ-ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ, ທ່ານຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ຫງວຽນດຶກເລື້ຍ ໄດ້ສຳພາດທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຍີ່ປຸ່ນ.


ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  ຕ້ອບສຳພາດ

(ພາບ: TTXVN)

ຕີລາຄາກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກ້ວາງຂວາງລະຫວ່າງຍີ່ປຸ່ນ - ຫວຽດນາມ, ທ່ານນາຍົກລັດຖະມົນຕີ Shinzo Abe ຖືວ່າ, ຈຸດເດັ່ນໃນການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດແມ່ນເພື່ອອຸທິດສ່ວນໃຫ້ແກ່ສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ. ປະຈຸບັນ, ຫວຽດນາມ ແລະ ຍີ່ປຸ່ນ ມີການພົວພັນປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດແມ່ນຂະຫຍັນຂັນເຄື່ອນທີ່ສຸດ. ຍີ່ປຸນ ປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອແກ້ໄຂບັນດາບັນຫາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບັນດາບັນຫາພາກພື້ນ ແລະ ການພັດທະນາເສດຖະກິດ. ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ, ຍີ່ປຸ່ນ ປາດຖະໜາຢາກເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ.

 

        ກ່ຽວກັບຄວາມສາມາດພັດທະນາຂອງການພົວພັນຮ່ວມມືມິດຕະພາບຫວຽດນາມ - ຍີ່ປຸ່ນ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຖືວ່າ, ການພົວພັນລະຫວ່າງ 2 ປະເທດຕ້ອງແມ່ນການພົວພັນໜູນຊ່ວຍເຊິ່ງກັນແລະກັນ, ຮ່ວມມືນຳກັນ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຢາກພ້ອມກັບຫວຽດນາມ ແກ້ໄຂບັນດາບັນຫາໃນພາກພື້ນ ແລະ ສ້າງພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ ມີຄວາມເສລີ ແລະ ເປີດກວ້າງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top