• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາຟ້າມກວາງວິງ ອວຍພອນປີໃໝ່ສະຖານທູດລາວ

      ວັນທີ 18 ເມສາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຟ້າມກວາງວິງ ພ້ອມກັບບັນດາພະນັກງານສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ໄປອວຍພອນທ່ານເອກອັກຄະລັດຖະທູດລາວ ໄມ ໄຊຍະວົງ, ພັນລະຍາ ແລະ ບັນດາພະນັກງານ, ພາລະກອນສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງປະຊາຊົນລາວ ບັນດາເຜົ່າ.

ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາຟ້າມກວາງວິງ ອວຍພອນປີໃໝ່ສະຖານທູດລາວ
(ພາບ: Vietnam+)
      ໃນບັນຍາກາດອັນອົບອຸ່ນ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ອວຍພອນທ່ານ ເອກອັກຄະລັດຖະທູດ ໄມ ໄຊຍະວົງ, ພັນລະຍາ ແລະ ບັນດາພະນັກງານ, ພາລະກອນສະຖານທູດລາວ ແລະ ຄອບຄົວ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ບັນລຸຜົນສຳເລັດ. ເມື່ອຫວນຄືນການປະຕິບັດງານໃນໄລຍະ 3 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ແບ່ງປັນກັບທ່ານເອກອັກຄະລັດຖະທູດ ໄມ ໄຊຍະວົງ ກ່ຽວກັບບົດຮຽນ ແລະ ບັນດາອະນຸສອນແຫ່ງການຮ່ວມມື, ການໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງສະຖານທູດ 2 ປະເທດ, ໃນນັ້ນມີການສົມທົບກັນຊຸກຍູ້ການພົວພັນຂອງແຕ່ລະປະເທດກັບອາເມິລກາ ແລະ ການຮ່ວມມືລະຫວ່າງບັນດາສະຖານທູດອາຊຽນ ປະຈຳອາເມລິກາ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top