
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນກວັກເກື່ອງ
(ພາບ: TTXVN)
ໃນການຕອບສຳພາດຕໍ່ສື່ມວນຊົນຫວຽດນາມ ກ່ຽວກັບການພັດທະນາຂອງກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ ແລະ ການປະກອບສ່ວນຂອງຫວຽດນາມ ສຳລັບກົນໄກດັ່ງກ່າວ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນກວັກເກື່ອງ ຖືວ່າ, ການຮ່ວມມືແມ່ຂອງ - ຍີ່ປຸ່ນ ບັນລຸໄດ້ບັນດາໝາກຜົນສຳຄັນໃນ 3 ຂົງເຂດບຸລິມະສິດລວມມີ: ການຮ່ວມມືດ້ານຮາດແວ, ຊອັບແວ ແລະ ການພັດທະນາແບບຍືນຍົງ.
ເມື່ອຕີລາຄາກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ, ທ່ານເອກອັກຄະລັດຖະທູດ ຫງວຽນກວັກເກື່ອງ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຍົກອອກບັນດາລາຍການຄື: ເວທີປາໄສແມ່ຂອງຂຽວ, ບັນດາໂຄງການຮ່ວມມືດ້ານສິ່ງແວດລ້ອມ, ນ້ຳສະອາດ, ການປ້ອງກັນຕ້ານໄພທຳມະຊາດ… ເຂົ້າໃນການຮ່ວມມືແມ່ຂອງ - ຍີ່ປຸ່ນ. ຫວຽດນາມ ຕັ້ງໜ້າປະກອບສ່ວນເຂົ້າໃນການກຳນົດທິດ, ຊຸກຍູ້ການພັດທະນາແມ່ຂອງ - ຍີ່ປຸ່ນ ຕາມທິດເໝາະສົມກັບຜົນປະໂຫຍດຂອງຫວຽດນາມ ແລະ ຜົນປະໂຫຍດໃນການພັດທະນາຂອງທັງພາກພື້ນ. ພ້ອມກັບການນຳໃຊ້ການຮ່ວມມືແມ່ຂອງ - ຍີ່ປຸ່ນ ຢ່າງມີປະສິດທິຜົນ ເພື່ອຮັບໃຊ້ໃຫ້ແກ່ບັນດາໂຄງການພັດທະນາພື້ນຖານໂຄງລ່າງ ແລະ ການພັດທະນາແບບຍືນຍົງແຫ່ງຊາດ, ຫວຽດນາມ ກໍ່ຊຸກຍູ້ບັນດາໂຄງການເຊື່ອມຕໍ່ພາກພື້ນ, ເອມຕໍ່ເຂດອະນຸພາກພື້ນແມ່ນ້ຳຂອງ… ເພື່ອໃຫ້ກາຍເປັນເນື້ອໃນຮ່ວມມືສຳຄັນໃນການຮ່ວມມືແມ່ຂອງ - ຍີ່ປຸ່ນ, ມີສຽງເວົ້າທີ່ຕັ້ງໜ້າເພື່ອສົມທົບກັນລະຫວ່າງບັນດາກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ ກັບການຮ່ວມມືໃນຄະນະກຳມະການແມ່ຂອງ.
(ແຫຼ່ງຄັດຈາກ VOV)