ຂ່າວສານ
ເອກອັກຄະລັດຖະທູດສ.ເຊັກໂກຕີລາຄາສູງບັນດາມາດຕະການຂອງລັດຖະບານຫວຽດນາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ຕ້ອນຮັບທ່ານເອກອັກຄະລັດຖະທູດສ.ເຊັກໂກ
ປະຈຳຫວຽດນາມ (ພາບ: baoquocte.vn)
ວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດສ.ເຊັກໂກ ປະຈຳຫວຽດນາມ Viteslav Grepl, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ໄດ້ຕີລາຄາສູງເລື່ອງສ.ເຊັກໂກ ເຊິ່ງແມ່ນສະມາຊິກຂອງສະຫະພາບເອີລົບ (ອີຢູ) ທີ່ໄດ້ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ອີຢູ (EVIPA) ແລະ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງ ວັນທີ 30 ມີນາ, ສະພາເອີລົບ ໄດ້ຮັບຮອງເອົາສັນຍາ EVFTA ຢ່າງເປັນທາງການ.
ທ່ານຮອງລັດຖະມົນຕີ ໂຕແອັງຢຸງ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບສະຖານທູດສ.ເຊັກໂກ ຢ່າງແໜ້ນແຟ້ນ ເພື່ອສືບຕໍ່ໜູນຊ່ວຍແກ້ໄຂບັນດາບັນຫາເກີດຂຶ້ນສຳລັບພົນລະເມືອງເຊັກໂກ ທີ່ຍັງຢູ່ຫວຽດນາມ.ສ່ວນທ່ານເອກອັກຄະລັດຖະທູດສ.ເຊັກໂກ Viteslav Grepl ໄດ້ຂອບໃຈຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກ ຈັດຖ້ຽວບິນ ຂົນສົ່ງພົນລະເມືອງສ.ເຊັກໂກ ແລະ ອີຢູ 300 ຄົນກັບຄືນເມືອປະເທດໃນວັນທີ 25 ມີນາ ຜ່ານມາ; ທ່ານຕີລາຄາສູງຕໍ່ບັນດາມາດຕະການຢ່າງຂ້ຽວຂາດເຊິ່ງລັດຖະບານຜັນຂະຫຍາຍ ເພື່ອແນໃສ່ປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19, ພ້ອມທັງຂອບໃຈບັນດາແພດໝໍຫວຽດນາມ ທີ່ໄດ້ປິ່ນປົວໃຫ້ຊາວສ.ເຊັກໂກ ຄົນໜຶ່ງທີ່ຕິດເຊື້ອໂຄວິດ-19 (ຄົນເຈັບທີ 53) ຫາຍດີເປັນປົກກະຕິ.
(ແຫຼ່ງຄັດຈາກ VOV)