• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດລື່ນກາຍ 1.700 ຄົນ

ໃນ​ວັນ​ດຽວ​ກັນ ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ປະ​ກາດ​ວ່າ​ປະ​ເທດ​ນີ້ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອຸ​ປະ​ຖຳ​ເງິນກວ່າ 300 ລ້ານ USD ເພື່ອ​ໜູນ​ຊ່ວຍ​ໃຫ້​ເວ​ເນ​ຊູ​ເອ​ລາ, ເພີ່ມ​ຂຶ້ນ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ຄຳ​ໝັ້ນ​ສັນ​ຍາກ່ອນ​ນັ້ນ​ແມ່ນ 150 ລ້ານ USD.
  ຊາກຫັກພັງ ພາຍຫຼັງເຫດແຜ່ນດິນໄຫວ ຢູ່ທີ່La Guaira), ເວນີຊູເອລາ, ວັນທີ 28 ມິຖຸນາ 2026. ພາບ: ຊິນຮົວ/VNA   

ວັນ​ທີ 29 ມິ​ຖຸ​ນາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ Jorge Rodriguez ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວ​ເນ​ຊູ​ເອ​ລາ ໄດ້ປະ​ກາດ​ວ່າຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ 2 ຄັ້ງ​​ຢ່າງ​ຕໍ່​ເນື່ອງ​ຢູ່​ເວ​ເນ​ຊູ​ເອ​ລາ​ໃນ​ວັນ​ທີ 24 ມິ​ຖຸ​ນາ ຜ່ານ​ມາ ໄດ້​ເພີ່ມ​ຂຶ້ນ 1.719 ຄົນ, ມີ​ຜູ້​ຖືກ​ບາດ​ເຈັບ​ກວ່າ 5000 ຄົນ.

ໃນ​ວັນ​ດຽວ​ກັນ ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ປະ​ກາດ​ວ່າ​ປະ​ເທດ​ນີ້ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອຸ​ປະ​ຖຳ​ເງິນກວ່າ 300 ລ້ານ USD ເພື່ອ​ໜູນ​ຊ່ວຍ​ໃຫ້​ເວ​ເນ​ຊູ​ເອ​ລາ, ເພີ່ມ​ຂຶ້ນ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ຄຳ​ໝັ້ນ​ສັນ​ຍາກ່ອນ​ນັ້ນ​ແມ່ນ 150 ລ້ານ USD. ຕາມ​ແຈ້ງ​ການ, ບ້ວງ​ເງິນ​ຊ່ວຍເຫຼືອ​ນີ້​ຈະ​ສະ​ໜອງ​​ບໍ​ລິ​ການ​ສົ່ງ​ເສີມ​​ການ​ແພດ​ສຸກ​ເສີນ, ໜູນ​ຊ່ວຍ​ທັນ​ຍະ​ຫານ, ນ້້ຳ​ດືມ ແລະ ອະ​ນາ​ໄມ, ບ່ອນ​ຜັກ​ອາ​ໄສ, ການ​ປ້ອງ​ກັນ ແລະ ພາ​ລະ​ທິ​ການ. ນອກ​ຈາກ​ນັ້ນ, ອາ​ເມ​ລິ​ກາ ໄດ້​ຜັນ​ຂະ​ຫຍາຍ 4 ທິມ​ຊອກ​ຫາ ແລະ ກູ້​ໄພ​ກູ້​ຊີບ​ຕົວ​ເມືອງ ໄປ​ຍັງ ເວ​ເນ​ຊູ​ເອ​ລາ, ລວມ​ມີ ພະ​ນັກ​ງານ​ຮັບ​ມືໄວ​ກວ່າ 30 ຄົນ ແລະ ໝາກູ້​ໄພເກືອບ 20 ໂຕ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top