ໃນວັນດຽວກັນ ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າປະເທດນີ້ ໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳເງິນກວ່າ 300 ລ້ານ USD ເພື່ອໜູນຊ່ວຍໃຫ້ເວເນຊູເອລາ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບຄຳໝັ້ນສັນຍາກ່ອນນັ້ນແມ່ນ 150 ລ້ານ USD.
ຊາກຫັກພັງ ພາຍຫຼັງເຫດແຜ່ນດິນໄຫວ ຢູ່ທີ່La Guaira), ເວນີຊູເອລາ, ວັນທີ 28 ມິຖຸນາ 2026. ພາບ: ຊິນຮົວ/VNA
ວັນທີ 29 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານ Jorge Rodriguez ປະທານສະພາແຫ່ງຊາດ ເວເນຊູເອລາ ໄດ້ປະກາດວ່າຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວ 2 ຄັ້ງຢ່າງຕໍ່ເນື່ອງຢູ່ເວເນຊູເອລາໃນວັນທີ 24 ມິຖຸນາ ຜ່ານມາ ໄດ້ເພີ່ມຂຶ້ນ 1.719 ຄົນ, ມີຜູ້ຖືກບາດເຈັບກວ່າ 5000 ຄົນ.
ໃນວັນດຽວກັນ ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າປະເທດນີ້ ໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳເງິນກວ່າ 300 ລ້ານ USD ເພື່ອໜູນຊ່ວຍໃຫ້ເວເນຊູເອລາ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບຄຳໝັ້ນສັນຍາກ່ອນນັ້ນແມ່ນ 150 ລ້ານ USD. ຕາມແຈ້ງການ, ບ້ວງເງິນຊ່ວຍເຫຼືອນີ້ຈະສະໜອງບໍລິການສົ່ງເສີມການແພດສຸກເສີນ, ໜູນຊ່ວຍທັນຍະຫານ, ນ້້ຳດືມ ແລະ ອະນາໄມ, ບ່ອນຜັກອາໄສ, ການປ້ອງກັນ ແລະ ພາລະທິການ. ນອກຈາກນັ້ນ, ອາເມລິກາ ໄດ້ຜັນຂະຫຍາຍ 4 ທິມຊອກຫາ ແລະ ກູ້ໄພກູ້ຊີບຕົວເມືອງ ໄປຍັງ ເວເນຊູເອລາ, ລວມມີ ພະນັກງານຮັບມືໄວກວ່າ 30 ຄົນ ແລະ ໝາກູ້ໄພເກືອບ 20 ໂຕ.