ຕາມບັນດາຕົວເລກທີ່ໄດ້ລວບລວມໃນວັນທີ 18 ເມສາ, ກ່ຽວຂ້ອງເຖິງເຫດບຸກໂຈມຕີທາງອາກາດຂອງ ອາເມລິກາ ແນໃສ່ທ່າກຳປັ່ນເຊື້ອເພິງ Ras Isa ໂດຍກຳລັງ Houthi ຄວບຄຸມຢູ່ທາງທິດຕາເວັນຕົກ ເຢແມັນ, ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 80 ຄົນ ແລະ ຈຳນວນຜູ້ຮັບບາດເຈັບໄດ້ຂຶ້ນເຖິງ 170 ຄົນ.
ກອງບັນຊາການສູນ ອາເມລິກາ ປະຕິເສດບໍ່ຢາກຕອບທຸກຄຳຖາມກ່ຽວກັບຈຳນວນສາມັນຊົນບາດເຈັບລົ້ມຕາຍ, ແຕ່ຄັດສະເໜີຖະແຫຼງການໂດຍເນັ້ນໜັກວ່າ ການບຸກໂຈມຕີີບໍ່ຢາກກໍ່ຄວາມເສຍຫາຍໃຫ້ແກ່ສາມັນຊົນ ເຢແມັນ. ການກະທຳຂອງບັນດາກຳລັງ ອາເມລິກາ ແມ່ນເພື່ອແນໃສ່ທຳລາຍແຫຼ່ງເຊື້ອເພິງໃຫ້ແກ່ Houthi ແລະ ຕັດແຫຼ່ງລາຍຮັບທີ່ ວໍຊິງຕັນ ຖືວ່າແມ່ນຜິດກົດໝາຍທີ່ໄດ້ໃຊ້ຈ່າຍໃຫ້ແກ່ການເຄື່ອນໄຫວຂອງ Houthi ໃນຮອບເວລາກວ່າ 10 ປີຜ່ານມາ.
ໃນຂະນະນັ້ນ, Houthi ໄດ້ກ່າວປະນາມການບຸກໂຈມຕີ, ຖືວ່າ ຝ່າຍ ອາເມລິກາ ໄດ້ແນໃສ່ຈຸດໝາຍແມ່ນຮາກຖານພົນລະເມືອງສຳຄັນທີ່ໄດ້ຮັບໃຊ້ປະຊາຊົນ ເຢແມັນ ໃນຫຼາຍທົດສະວັດຜ່ານມາ.