ຂ່າວສານ
ເສີມຂະຫຍາຍມູນເຊື້ອມິດຕະພາບ ຫວຽດນາມ - ຈີນ, ຍົກສູງການເຊື່ອມຕໍ່ຍຸດທະສາດໃນໄລຍະພັດທະນາໃໝ່
ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍກຳນົດການພັດທະນາສາຍພົວພັນກັບ ຈີນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ແມ່ນຄຳຮຽກຮ້ອງຕ້ອງການພາວະວິໄສ, ແມ່ນການເລືອກເຟັ້ນຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດເປັນເອກະລາດ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ. ພັກ, ລັດ ຈີນ ກໍກຳນົດວ່າ ຫວຽດນາມ ແມ່ນທິດທາງບຸລິດມະສິດໃນການທູດບ້ານໃກ້ເຮືອນຄຽງ ແລະ ມີທີ່ຕັ້ງສຳຄັນໃນແນວທາງການຕ່າງປະເທດສັງລວມຂອງ ຈີນ.
ເພື່ອໃຫ້ສາຍພົວພັນ ຫວຽດນາມ - ຈີນ ບັນລຸໄດ້ບັນດາຄວາມຮຽກຮ້ອງຕ້ອງການໃໝ່ຂອງຍຸກສະໄໝ ແລະ ຈາກບັນດາໜ້າທີ່ພັດທະນາໃໝ່ຂອງແຕ່ລະປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສອງຝ່າຍ ຕ້ອງສືບຕໍ່ປັບປຸງພື້ນຖານທາງດ້ານການເມືອງ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ເພີ່ມທະວີການແບ່ງປັນຍຸດທະສາດ, ເສີມຂະຫຍາຍບົດບາດຂອງບັນດາກົນໄກທີ່ມີຢູ່ແລ້ວໃຫ້ເປັນຢ່າງດີ, ຜັນຂະຫຍາຍການຮ່ວມມືໃນທຸກຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ, ກໍຄືລະຫວ່າງບັນດາຂະແໜງການ ແລະ ຂັ້ນຕ່າງໆ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍຖືການພັດທະນາອັນໝັ້ນທ່ຽງ, ມີຄຸນນະພາບສູງຂອງ ຈີນ ແມ່ນປັດໄຈສຳຄັນຕໍ່ສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ, ທັງແມ່ນໂອກາດໃຫ້ແກ່ບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ ມີ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຄັ້ງນີ້ ຈະເປີດເຂດພັດທະນາໃໝ່, ຍົກລະດັບການເຊື່ອມຕໍ່ຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.








