“ເສີມຂະຫຍາຍມູນເຊື້ອມິດຕະພາບ ຫວຽດນາມ - ຈີນ, ຍົກສູງການເຊື່ອມຕໍ່ຍຸດທະສາດໃນໄລຍະພັດທະນາໃໝ່”. ແມ່ນຫົວຂໍ້ບົດຂຽນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຊິ່ງລົງໃນໜັງສືພິມ ປະຊາຊົນລາຍວັນ ຂອງ ຈີນ, ກ່ອນການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຕາມຄຳເຊື້ອເຊີນຂອງທ່ານສີຈີ້ນຜິງເລຂາທິການໃຫຍ່, ປະທານປະເທດ ຈີນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິກາຍໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ (ພາບ: TTXVN)
ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍກຳນົດການພັດທະນາສາຍພົວພັນກັບ ຈີນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ແມ່ນຄຳຮຽກຮ້ອງຕ້ອງການພາວະວິໄສ, ແມ່ນການເລືອກເຟັ້ນຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດເປັນເອກະລາດ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ. ພັກ, ລັດ ຈີນ ກໍກຳນົດວ່າ ຫວຽດນາມ ແມ່ນທິດທາງບຸລິດມະສິດໃນການທູດບ້ານໃກ້ເຮືອນຄຽງ ແລະ ມີທີ່ຕັ້ງສຳຄັນໃນແນວທາງການຕ່າງປະເທດສັງລວມຂອງ ຈີນ.
ເພື່ອໃຫ້ສາຍພົວພັນ ຫວຽດນາມ - ຈີນ ບັນລຸໄດ້ບັນດາຄວາມຮຽກຮ້ອງຕ້ອງການໃໝ່ຂອງຍຸກສະໄໝ ແລະ ຈາກບັນດາໜ້າທີ່ພັດທະນາໃໝ່ຂອງແຕ່ລະປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສອງຝ່າຍ ຕ້ອງສືບຕໍ່ປັບປຸງພື້ນຖານທາງດ້ານການເມືອງ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ເພີ່ມທະວີການແບ່ງປັນຍຸດທະສາດ, ເສີມຂະຫຍາຍບົດບາດຂອງບັນດາກົນໄກທີ່ມີຢູ່ແລ້ວໃຫ້ເປັນຢ່າງດີ, ຜັນຂະຫຍາຍການຮ່ວມມືໃນທຸກຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ, ກໍຄືລະຫວ່າງບັນດາຂະແໜງການ ແລະ ຂັ້ນຕ່າງໆ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍຖືການພັດທະນາອັນໝັ້ນທ່ຽງ, ມີຄຸນນະພາບສູງຂອງ ຈີນ ແມ່ນປັດໄຈສຳຄັນຕໍ່ສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ, ທັງແມ່ນໂອກາດໃຫ້ແກ່ບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ ມີ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຄັ້ງນີ້ ຈະເປີດເຂດພັດທະນາໃໝ່, ຍົກລະດັບການເຊື່ອມຕໍ່ຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.