• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຕໍ່​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນໃຫ້ຮູ້ວ່າ ການພັດທະນາໄວ ແລະ ຍືນຍົງ ແມ່ນໜ້າທີ່ຈຸດສຸມ, ແມ່ນເປົ້າໝາຍໃນ ນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມທັງໝົດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນໃຫ້ຮູ້ວ່າ ການພັດທະນາໄວ ແລະ ຍືນຍົງ ແມ່ນໜ້າທີ່ຈຸດສຸມ, ແມ່ນເປົ້າໝາຍໃນ ນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມທັງໝົດ.

    

ທ່ານຫວູຫ໋າຍຮ່າ ຫົວໜ້າກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 6 ເມສາ, ກອງປະຊຸມ “ບົດບາດຂອງສະພາແຫ່ງຊາດຕໍ່ເປົ້າໝາຍພັດທະນາແບບຍືນຍົງ” ໄດ້ຈັດຕັ້ງຕາມຮູບແບບໂດຍກົງສົມທົບທາງໄກ. ກອງປະຊຸມໂດຍກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຫວຽດນາມ ສົມທົບກັບຄະນະກຳມະການເສດຖະກິດສັງຄົມພາກພື້ນ ອາຊີ - ປາຊີຟິກ, ໂຄງການພັດທະນາຂອງ ສປຊ ແລະ ສະຫະພັນລັດຖະສະພາໂລກພ້ອມກັນຈັດຕັ້ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນໃຫ້ຮູ້ວ່າ ການພັດທະນາໄວ ແລະ ຍືນຍົງ ແມ່ນໜ້າທີ່ຈຸດສຸມ, ແມ່ນເປົ້າໝາຍໃນ ນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມທັງໝົດ. ໃນວິວັດການປະຕິບັດໜ້າທີ່ນີ້, ສະພາແຫ່ງຊາດ ຫວຽດນາມ ມີບົດບາດສຳຄັນໃນການກໍ່ສ້າງ, ປັບປຸງລະບອບລະບຽບການໃຫ້ສົມບູນແບບເພື່ອພັດທະນາເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ ແລະ ສິ່ງແວດລ້ອມແບບຍືນຍົງ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ, ປຸກລຸກທຸກຄວາມສາມາດບົ່ມຊ້ອນ ແລະ ແຫຼ່ງກຳລັງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງ.

ເຂົ້າຮ່ວມກອງປະຊຸມ, ທ່ານເລຂາທິການໃຫຍ່ ສະຫະພັນລັດຖະສະພາໂລກ (IPU) Martin Chungong ຢັ້ງຢືນວ່າ ບັນດາລັດຖະສະພາສວມບົດບາດສຳຄັນໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ. ໃນສະພາບການປັດຈຸບັນຮຽກຮ້ອງໃຫ້ບັນດາລັດຖະສະພາສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃນປະເທດ ແລະ ຄຳໝັ້ນສັນຍາສາກົນ, ເຊື່ອມຕໍ່ກັບບັນດາເປົ້າໝາຍພັດທະນາແບບຍືນຍົງ, ຄວາມສະເໝີພາບໃຫ້ແກ່ບັນດາເປົ້າໝາຍ, ເປັນຕົ້ນແມ່ນກຸ່ມເປົ້າໝາຍພິເສດ ແລະ ຜູ້ມີຄວາມສ່ຽງສູງກ່ວາໝູ່.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top