• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດ​ຖະ​ກິດ ຫວຽດ​ນາມ ​ເຕີບ​ໂຕໄວ ແມ່ນ​ກຳ​ລັງ​ໜູນຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ຂຽວ ຢູ່ ຫວຽດ​ນາມ

ຕາມບົດຂຽນ ທີ່ໄດ້ເອົາລົງໃນເວັບໄຊ The Diplomat ໃນວັນທີ 12 ມັງກອນ, ເສດຖະກິດ ຫວຽດນາມ ເຕີບໂຕໄວ ແມ່ນກຳລັງໜູນຊຸກຍູ້ການນຳໃຊ້ພະລັງງານຂຽວຢູ່ປະເທດນີ້.
ໂຄງການພະລັງງານແຮງລົມ ແລະ ແສງອາທິດ ບັກຟອງ, ແຂວງ ນິງທ້ວນ (ພາບ: TTXVN)

ຕາມຜູ້ຂຽນແລ້ວ, ລະດັບເຕີບໂຕເສດຖະກິດຢ່າງວ່ອງໄວຢູ່ຫວຽດນາມ ໄດ້ຊຸກຍູ້ການຂະຫຍາຍຕົວຂອງພະລັງງານຜູ້ລິດຄືນໃໝ່ຢູ່ປະເທດນີ້. ທະນາຄານພັດທະນາ ອາຊີ ໃຫ້ຮູ້ວ່າ ນັບແຕ່ປີ 2014, ເສດຖະກິດ ຫວຽດນາມ ມີການເຕີບໂຕຕ່ຳສຸດແມ່ນ 6%, ບັນລຸ 7% ໃນປີ 2018 ແລະ 2019. ລະດັບການເຕີບໂຕຢ່າງວ່ອງໄວນີ້ ພວມຊຸກຍູ້ການນໍາໃຊ້ພະລັງງານຢູ່ໃນລະດັບກະໂດດຂັ້ນ

        ປີ 2017, ບັນດາອົງການຄຸ້ມຄອງຂອງ ຫວຽດນາມ ອະນຸຍາດໃຫ້ກຸ່ມບໍລິສັດ EVN ຊື້ພະລັງງານແສງອາທິດຈາກໂຮງງານຜະລິດເອກະລາດດ້ວຍລາຄາພະລັງານຜະລິດຄືນໃໝ່ບຸລິມະສິດພິເສດ (FIT)  ແມ່ນ 9,35 cent/kilowatt/ຊົ່ວໂມງ. ນີ້ແມ່ນກຳລັງໜູນທີ່ມີປະສິດທິຜົນແກ່ການເຕີບໂຕຢ່າງກະໂດດຂັ້ນໃນຂະແໜງພະລັງານຜະລິດຄືນໃໝ່.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top