• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ແມ່ນໄມ້ງັດໃນການພົວພັນຫວຽດນາມ ກັບ ຕາເວັນອອກກາງ - ອາຟະລິກາ

ຕອນບ່າຍວັນທີ 9 ກັນຍຢູ່ ຮ່າໂນ້ຍ ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມ “ພົບປະກັບບັນດາເອກອັກຄະລັດຖະທູດປະເທດຕ່າງໆໃນພາກພື້ນ ຕາເວັນອອກກາງ - ອາຟະລິກາ ປີ 2019” ໂດຍກະຊວງການຕ່າງປະເທດຫວຽດນາມ ຈັດຂຶ້ນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ກ່າວຄໍາເຫັນທີ່ກອງປະຊຸມ  (ພາບ: VGP)

ກອງປະຊຸມກ່ຽວກັບການຮ່ວມມືເສດຖະກິດດ້ວຍຫົວຂໍ້ “ຍົກສູງປະສິດທິຜົນການຮ່ວມມືທາງດ້ານການຄ້າຫວຽດນາມ ກັບ ຕາເວັນອອກກາງ - ອາຟະລິກາ” ກໍຖືກຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າ ບັນດາອົງການຂັ້ນສູນກາງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມ ແລະ ບາງອົງການຈັດຕັ້ງສາກົນ ພ້ອມກັບເອກອັກຄະລັດຖະທູດ, ອຸປະທູດ 44 ທ່ານ ທີ່ຕາງໜ້າໃຫ້ບັນດາປະເທດ ຕາເວັນອອກກາງ - ອາຟະລິກາ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຖືວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ມີຄວາມສາມາດເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງ ແລະ ຫຼາຍຮູບຫຼາຍແບບ ຂອງບັນດາປະເທດ ຕາເວັນອອກກາງ - ອາຟະລິກາ, ພິເສດ ເມື່ອແບກຫາບ 2 ໜ້າທີ່ ຄື: ປະທານໝູນວຽນ ອາຊຽນ ປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020  2021. ຫວຽດນາມ ອາດຈະແມ່ນຂົວເຊື່ອມຕໍ່ ເພື່ອຊຸກຍູ້ການຮ່ວມມືໃນຂອບເຂດ ອາຊຽນ, ເຂົ້າຮ່ວມແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ, ໃນນັ້ນມີ ຕາເວັນອອກກາງ - ອາຟະລິກາ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top