• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ: ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ພັກ​ການ​ເມືອງ​ເພື່ອນ​ອາ​ຊຽນ​ຫຍັບ​ ​ເຂົ້າ​ ໃກ້ກັບ​ປະ​ຊາ​ຊົນຫຼາຍ​ກວ່າ

ຕອນ​ເຊົ້າ​ວັນ​ທີ 8 ມິ​ຖຸ​ນາ,ຢູ່​ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ທີ່​ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ “ບົດ​ບາດ​ຂອງ​ບັນ​ດາ​ພັກ​ກາ​ນ​ເມືອງ​ຢູ່​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ”.
  ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຮ່​ວາຍ​ຈຸງກ່າວ​ຄຳ​ເຫັນ​ທີ່ການ​ໂອ້​ລົມ​ສົນ​ທະ​ນາ (ພ​າບ: VOV)  

ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຮ່​ວາຍ​ຈຸງ ໄດ້​ຊີ້​ແຈ້ງວ່າ​ການ​ໂອ້​ລົມ​ສົນ​ທະ​ນາ​ແມ່ນ​ຂີດ​ໝາຍ​ທີ່​ມີ​ຄວາມ​ໝາຍ​ສຳ​ລັບ​ວິ​ວັດ​ການ​ຮ່ວມ​ມື​ຂອງ ອາ​ຊຽນ, ສ້າງ​ຂີດ​ໝາ​ຍ​ເປັນ​ຄັ້ງ​ທຳ​ອິດ​ມີ​ການ​ພົບ​ປະ ແລະ ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ພັກ​ກ​ານ​ເມືອງ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ​ແລ້ວ, ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ຮ​ັກ​ສາ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ເປັນ​ເຈົ້າ​ຍຸດ​ທະ​ສາດກ​ໍ່​ຮຽກ​ຮ້ອງວ່າ ການ​ຮ່ວມ​ມື​ອາ​ຊຽນ ບໍ່​ພຽງ​ແຕ່​ຢຸດ​ຢູ່​ຊ່ອງ​ທາງ​ລັດ, ລັດ​ຖະ​ບານ ແລະ ລັດ​ຖະ​ສະ​ພາ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ​ຈາກ​ພື້ນ​ຖານ​ການ​ເມືອງ​ຂອງ​ແຕ່​ລະ​ປະ​ເທດ, ບັນ​ດາ​ພັກ​ການ​ເມືອງ​ອີກ​ດ້ວຍ. ທ່ານ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ການ​ຮ່ວ​ມ​ມື​ນຳ​ອາ​ຊຽນ ຫຍັບ​ ​ເຂົ້າໃກ້​ກັບ​ປະ​ຊາ​ຊົນຫຼາຍ​ກວ່າ ແລະ ເຕົ້າ​ໂຮມ​ກຳ​ລັງ​ແຮງ​ຂອງທົ່ວ​ສັງ​ຄົມ.

ການ​ໂອ້​ລົມ​ສົນ​ທະ​ນາ​ໄດ້​ດຳ​ເນີນ​ດ້ວຍ 3 ວາ​ລະ​ປະ​ຊຸມ​ທີ່​ມີ​ບົດ​ລາຍ​ງານ ແລະ ບົດ​ກ່າວ​ປາ​ໄສ​ເດືອບ 20 ບົດຂໂດຍ​ຜູ້​ຕາງ​ໜ້າ​ບັນ​ດາ​ພັກ​ກ​ານ​ເມືອງ, ນັກ​ຮຽນ​ຮູ້ ແລະ ນັກ​ຊ່ຽວ​ຊານ​ມາ​ຈາກ​ທົ່ວ​ພາກ​ພື້ນ​ສະ​ເໜີ. ບັນ​ດາ​ຄຳ​ເຫັນ​ປະ​ກອບ​ເນັ້ນ​ໜັກ​ວ່າ ບັນ​ດາ​ພັກ​ການ​ເມືອງ​ໃນ​ພາກ​ພື້ນ​ລ້ວນ​ແຕ່​ແບ່ງ​ປັນ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ເລິກ​ເຊິ່ງ​ຕໍ່​ອະ​ນາ​ຄົດ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຍືນ​ຍົງ​ຂອງ ອາ​ຊຽນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ນຳ​ໜ໊າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສອງ​ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

Top