• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ນຳ​ໜ໊າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສອງ​ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
  ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ Anutin Charnvirakul ຢ່າງ​ເປັນ​ທາງ​ການ (ພາບ: VGP)  
ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ງ​ຮຶງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ໄທ Anutin Charnvirakul ໄດ້​ມາ​ຮອດ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3 ແຕ່​ວັນ​ທີ 8 – 9 ມິ​ຖຸ​ນາ 2026. ຕອນ​ບ່າຍ​ວັນ​ທີ 8 ມ​ິ​ຖຸ​ນາ​ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ນຳ​ໜ໊າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສອງ​ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ ກຳ​ປູ​ເຈຍ

ການ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ ກຳ​ປູ​ເຈຍ

ສິ້ນ​ສຸດ​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ເປັນ​ສັນ​ຂີ​ພິ​ຍານ​ພິ​ທີ​ມອບ​ຮັ​ບ​ເອ​ກະ​ສານ​ແຜນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ ໄລ​ຍະ 2026 – 2030 ລະ​ຫວ່າງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ ແລະ ກະ​ຊວງ​ ຖະ​ແຫຼງ​ຂ່າວ ກຳ​ປູ​ເຈຍ.

Top