ການມອບບົດບັນທຶກຊ່ວຍຈຳແມ່ນຂີດໝາຍສຳຄັນໃນການຮ່ວມມືສຶກສາ ແລະ ບຳລຸງສ້າງລະຫວ່າງສອງປະເທດ, ປະກອບສ່ວນຫັນບັນດາຂໍ້ຕົກລົງຂັ້ນສູງລະຫວ່າງການນຳສອງພັກ, ສອງລັດ ຫວຽດນາມ - ລາວໃຫ້ປະກົດຜົນເປັນຈິງ.
ທ່ານ ຮ່ວາງມິງເຊີນ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ອບບົດບັນທຶກຊ່ວຍຈຳ ລະຫວ່າງສອງກະຊວງ ໃຫ້ແກ່ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາ ແລະ ກິລາ ລາວ
ໃນຂອບເຂດການຢ້ຽມຢາມ ຫວຽດນາມຂອງທ່ານນາຍົກລັດຖະມົນຕີ ລາວສອນໄຊ ສີພັນດອນ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3 ຢູ່ຮ່າໂນ້ຍ, ຕອນບ່າຍວັນທີ 7 ມິຖຸນາ 2026, ທ່ານ ຮ່ວາງມິງເຊີນ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາ ແລະ ກິລາ ລາວ ໄດ້ມອບບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນການຜັນຂະຫຍາຍການສິດສອນພາສາລາວ ຢູ່ ຫວຽດນາມ, ເພີ່ມທະວີການສອນພາສາຫວຽດຢູ່ລາວ ແລະ ຮັບເອົານັກຮຽນລາວ ມາຮຽນຢູ່ບັນດາໂຮງຮຽນມັດຖະຍົມກິນນອນຢູ່ ຫວຽດນາມ.
ການມອບບົດບັນທຶກຊ່ວຍຈຳແມ່ນຂີດໝາຍສຳຄັນໃນການຮ່ວມມືສຶກສາ ແລະ ບຳລຸງສ້າງລະຫວ່າງສອງປະເທດ, ປະກອບສ່ວນຫັນບັນດາຂໍ້ຕົກລົງຂັ້ນສູງລະຫວ່າງການນຳສອງພັກ, ສອງລັດ ຫວຽດນາມ - ລາວໃຫ້ປະກົດຜົນເປັນຈິງ, ພ້ອມທັງສືບຕໍ່ຜັນຂະຫຍາຍແຜນຮ່າງ ຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການຮ່ວມມື ຫວຽດນາມ - ລາວໃນຂົງເຂດການສຶກສາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດໃນໄລຍະ 2021 – 2030. ຕາມເນື້ອໃນບົດບັນທຶກຊ່ວຍຈຳ, ສອງຝ່າຍຈະເພີ່ມທະວີການປະສານສົມທົບການຜັນຂະຫຍາຍພາສາລາວ ຢູ່ ຫວຽດນາມ, ເປີດກວ້າງ ແລະ ຍົກສູງຄຸນນະພາບໃນການສອນພາສາ ຫວຽດຢູ່ລາວ, ຊຸກຍູ້ການບຳລຸງສ້າງຄູສອນ, ການສ້າງ, ຮຽບຮຽງຕຳລາຮຽນ ແລະ ເອກະສານຮັບໃຊ້ການສິດສອນພາສາຂອງສອງປະເທດ.
ລັດຖະມົນຕີສອງທ່ານໄດ້ຢັ້ງຢືນຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາເນືອໃນຮ່ວມມືການສຶກສາ ແລະ ບຳລຸງສ້າງໃນໄລຍະໃໝ່ຢ່າງມີປະສິດທິຜົນ, ຕອບສະໜອງຄວາມຕ້ອງການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງແຕ່ລະປະເທດ ແລະ ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງກວ່າອີກ.
(ແຫຼ່ງຄັດຈາກ VOV)