• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ນະ​ວັດ​ຕະ​ກຳ ຫວຽດ​ນາມ - ອາ​ເມ​ລິ​ກາ: ພັດ​ທະ​ນາ​ພະ​ລັງ​ງານ​​ທີ່ກ້າວ​ໜ້າ​ຮັບ​ໃຊ້​ບັນ​ດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ

ເລື່ອງ​ຊຸກ​ຍູ້​ການ​ຄົ້ນ​ຄວ້າ, ຮຽນ​ຮູ້ ແລະ ເປັນ​ເຈົ້າ​ຂອ​ງ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ພະ​ລັງ​ງານ​ທີ່​ກ້າວ​ໜ້າ​ເທື່ອ​ລະ​ກ້າວ, ລວມ​ທັງ​ພະ​ລັງ​ງາ​ນິວ​ເຄຼຍ​ປ​ອດໄພ ແລະ ທັນ​ສະ​ໄໝ ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ສຳ​ຄັນ ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້າ​ນ​ພະ​ລັງ​ງານ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ.
  ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ (ພາບ: VGP)  

ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ສານ​ທີ່​ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ເນັ້ນ​ໜັກ​ໃນ​ເວ​ທີ​ປາ​ໄສ​ນະ​ວັດ​ຕະ​ກຳ​ ຫວຽດ​ນາມ - ອາ​ເມ​ລິ​ກາ ພາຍ​ໃຕ້​ຫົວ​ຂໍ້ “ພັດ​ທະ​ນາ​ພະ​ລັງ​ງານ​ທີ່​ກ້າວ​ໜ້າ​ຮັບ​ໃຊ້​ບັນ​ດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ” ໂດຍ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ (NIC), ກະ​ຊວງ​ການ​ເງິນ​ສົມ​ທົບ​ກັບ EXCEL Services Corporation (ອາ​ເມ​ລິ​ກາ) ຈັດ​ຂຶ້ນ ໃນ​ວັນ​ທີ 08 ພຶດ​ສະ​ພາ ຢູ່​ຮ່າ​ໂນ້ຍ.

ໃນ​ເຫດ​ການ​ດັ່ງ​ກ່າວ, ທ່ານ ຫວໍ​ຊວັນ​ຮ​ວ່າຍ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ ຖື​ວ່າ:

“ໃນ​ສະ​ພາບ​ການ ຫວຽດ​ນາມ ພວມ​ໃຫ້​ບຸ​ລິ​ມະ​ສິດ​ເຖິງ​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີ​ສູງ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ, ພະ​ລັງ​ງານ, ພິ​ເສດ​ແມ່ນ​ພະ​ລັງ​ງານ​ທີ່​ກ້າວ​ໜ້າ, ນັບ​ມື້​ນັບ​ສວມ​ບົດ​ບາດ​ແກ່ນ​ສານ, ດ້ວຍ​ເປົ້າ​ໝາຍ ແຕ່​ປີ 2026 ບັນ​ລຸ​ການ​ເຕີບ​ໂຕ 2 ຕົວ​ເລກ, ພະ​ລັງ​ງານ​ຕ້ອງ​ໄປ​ກ່ອນ​ບາດ​ກ້າວ​ໜຶ່ງ. ດັ່ງ​ນັ້ນ, ຫວຽດ​ນາມ ໄດ້ ແລະ ພວມ​ປະ​ກາດ​ໃຊ້ຫຼາຍ​ກົນ​ໄກ, ນະ​ໂຍ​ບາຍ ແນ​ໃສ່​ຊຸກ​ຍູ້​ບັນ​ດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ໃນ​ນັ້ນ, ການ​ພັດ​ທະ​ນາ​ພະ​ລັງ​ງານ​ພ້ອມ​ກັບ​ການ​ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ ໄດ້​ຮັບ​ຖື​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ສຳ​ຄັນ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top