• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສທາງອ​ອນ​ລາຍ​ລະ​ຫວ່າງ ອາ​ຊຽນ - ອົດ​ສະ​ຕ​າ​ລ​ີ​ຄັ້ງ​ທີ 32

ພາຍຫຼັງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ໃນວັນທີ 18 ພຶດສະພາ 2020, ທ່ານຫງວຽນກ໊ວກຢຸງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມໃນຖານະເປັນປະທານອາຊຽນ ໄດ້ເຂົ້າຮ່ວມເວທີປາໄສລະຫວ່າງ ອາຊຽນ - ອົດສະຕາລີ ຄັ້ງທີ 32.

ທ່ານຫງວຽນກ໊ວກຢຸງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ(ພາບ: TTXVN)

ເມື່ອແລກປ່ຽນກ່ຽວກັບສະພາບການໂລກລະບາດ Covid – 19, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະຍູ້ແຮງການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ, ໜູນຊ່ວຍກັນດ້ານເຕັກນິກ, ຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກ ແລະ ຄວາມສາມາດໃນການຮັບມືກັບກໍລະນີແຜ່ລະບາດຂອງໂລກລະບາດໃນອະນາຄົດ, ສອງຝ່າຍກໍ່ໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍພົນລະເມືອງຂອງກັນທີ່ຖືກຜົນສະທ້ອນຈາກໂລກລະບາດ, ມານະພະຍາຍາມຫຼຸດຜ່ອນຜົນກະທົບຈາກໂລກລະບາດຕໍ່ເສດຖະກິດ - ສັງຄົມໃຫ້ຫຼາຍທີ່ສຸດ, ສົມທົບນະໂຍບາຍກະກຽມບັນດາແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດສິ້ນສຸດລົງ.

ທ່ານຫົວໜ້າຄະນະຝ່າຍອົດສະຕາລີຢັ້ງຢືນວ່າ ລັດຖະບານອົດສະຕາລີໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ແລະ ນັກສຶກສາບັນດາປະເທດ ອາຊຽນທີ່ພວມເຮັດວຽກ ແລະ ຮ່ຳຮຽນຢູ່ອົດສະຕາລີໃນໄລຍະປະສົບຄວາມຫຍຸ້ງຍາກນີ້. ອາຊຽນສະເໜີໃຫ້ອົດສະຕາລີຕັ້ງໜ້າສະໜັບສະໜູນ ແລະ ປະກອບສ່ວນໃຫ້ແກ່ກອງທຶນຮັບມືກັບໂລກລະບາດ Covid – 19 ແລະ ສາງ ອຸປະກອນການແພດສຳຮອງໃນພາກພື້ນ ຂອງ ອາຊຽນ.

        ກ່າວຄຳເຫັນທີ່ເວທີປາໄສ, ໃນຖານະເປັນປະທານອາຊຽນ, ທ່ານຫງວຽນກ໊ວກຢຸງຢັ້ງຢືນວ່າດ້ວຍຄວາມມານະພະຍາຍາມຮັບມືກັບໂລກລະບາດ Covid -19, ຫວຽດນາມຈະສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມື, ໃນນັ້ນມີອົດສະຕາລີ, ມານະພະຍາຍາມຮັກສາບັນດາການເຄື່ອນໄຫວຂອງອາຊຽນຢ່າງເປັນປົກກະຕິ, ຕັ້ງໜ້າຊຸກຍູ້ບັນດາກຳນົດທິດ ແລະ ບຸລິມະສິດການຮ່ວມມືທີ່ໄດ້ຍົກອອກມາໃນປີ 2020, ຍູ້ແຮງການປະຕິບັດວິໄສທັດປະຊາຄົມ 2025, ປັບປຸງ ແລະ ເພີ່ມທະວີບັນດາກົນໄກຂອງອາຊຽນ, ພັດທະນາເຂດອະນຸພາກພື້ນແມ່ນ້ຳຂອງ, ເປີດກ້ວາງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະການພັດທະນາແບບຍືນຍົງ ແລະ ມຸ່ງໄປເຖິງວິໄສທັດອາຊຽນພາຍຫຼັງປີ 2025.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top