ຂ່າວສານ
ເວເນຊູເອລາ ເຊີດຊູບັນດາຄະນະກູ້ໄພກູ້ຊີບສາກົນ, ສົ່ງຈົດໝາຍຂອບໃຈເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ວັນທີ 03 ກໍລະກົດ, ຢູ່ລັດ La Guaira, ທ່ານນາງ Delcy Rodríguez, ປະທານາທິບໍດີຊົ່ວຄາວ ເວເນຊູເອລາ ໄດ້ເປັນປະທານພິທີເຊີດຊູບັນດາກຳລັງກູ້ໄພກູ້ຊີບສາກົນ ຍ້ອນການປະກອບສ່ວນຢ່າງໃຫຍ່ຫຼວງໃນວຽກງານຊອກຫາ, ກູ້ໄພກູ້ຊີບ ພາຍຫຼັງເກີດເຫດແຜ່ນດິນໄຫວຢູ່ປະເທດນີ້ໃນວັນທີ 24 ມິຖຸນາ ຜ່ານມາ.
ກ່າວຄຳເຫັນທີ່ເຫດການ, ທ່ານນາງ Delcy Rodríguez, ປະທານາທິບໍດີຊົ່ວຄາວ ເວເນຊູເອລາ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ນ້ຳໃຈສາມັກຄີ ແລະ ການໜູນຊ່ວຍຢ່າງທັນການຂອງລັດຖະບານບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ກຳລັງກູ້ໄພກູ້ຊີບສາກົນໃນຈຸດເວລາທີ່ຫຍຸ້ງຍາກຂອງ ເວເນຊູເອລາ. ເນື່ອງໃນໂອກາດນີ້, ຜ່ານທ່ານ ຫວູຈຸງມີ້, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ, ທ່ານນາງ Delcy Rodríguez, ປະທານາທິບໍດີຊົ່ວຄາວ ໄດ້ສົ່ງຈົດໝາຍຂອບໃຈ ແລະ ປະດັບຫຼຽນໄຊ “ນັກວິລະຊົນ ເວເນຊູເອລາ” ເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ.






