• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ ປະເທດພັດທະນາວິສາຫະກິດເຕັກໂນໂລຊີ

ຕອນເຊົ້າວັນທີ 9 ພຶດສະພາຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ ປະເທດພັດທະນາວິສາຫະກິດເຕັກໂນໂລຊີ ຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ.

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສປະເທດພັດທະນາວິສາຫະກິດເຕັກໂນໂລຊີ

ກ່າວຄຳເຫັນນະທີ່ນີ້ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ:

“ວິສາຫະກິດເຕັກໂນໂລຊີ ຫວຽດນາມ ມີຫນ້າທີ່ຍົກສູງຄຸນນະພາບການເຕີບໂຕ, ນຳພື້ນຖານເສດຖະກິດຫວຽດນາມກ້າວຂຶ້ນລະດັບສູງກວ່າໃນລະບົບມູນຄ່າ. ວິສາຫະກິດເຕັກໂນໂລຊີຫວຽດນາມ ຈະແບກຫາບຫນ້າທີ່ເປັນເຈົ້າພາທາງສະພາບການຫັນປ່ຽນດີຈີຕອນແຫ່ງຊາດ, ສ້າງພື້ນຖານເສດຖະກິດດີຈີຕອນໄປຄຽງຄູ່ກັບວິວັດການເປັນເຈົ້າໃນການອອກແບບ, ການໂຮມເຂົ້າ ແລະ ເຕັກໂນໂລຊີຫລັກແຫລ່ງ. ໃນວິວັດການນີ້ ວິສາຫະກິດເຕັກໂນໂລຊີຫວຽດນາມ ຕ້ອງປະຕິບັດ ຄຳຂວັນ “ປະດິດຄິດສ້າງຢູ່ຫວຽດນາມ, ອອກແບບຢູ່ຫວຽດນາມ, ຫວຽດນາມ ເປັນເຈົ້າເຕັກໂນໂລຊີ ແລະ ເປັນເຈົ້າໃນການຜະລິດ”

ເຂົ້າຮ່ວມ ເວທີປາໄສດັ່ງກ່າວ ຍັງມີ ຜູ້ແທນປະມານ 1000 ຄົນ ຊື່ງແມ່ນ ການນຳລັດຖະບານ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ແລະ ຜູ້ຊ່ຽວຊານ, ວິສາຫະກິດເຕັກໂນໂລຊີທີ່ມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ ນັບຮ້ອຍໆຄົນ. ເນື້ອໃນຂອງເວທີປາໄສແມ່ນສຸມໃສ່ປຶກສາຫາລືກ່ຽວກັບສະພາບຕົວຈິງການໝູນໃຊ້ ແລະ ພັດທະນາເຕັກໂນໂລຊີ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top