ຂ່າວສານ
ເລຂາທິການໃຫຍ່ ໂຕເລິມ ໃຫ້ການຕ້ອນຮັບເລຂາທິການໃຫຍ່ ພັກແນວໂຮມປົດປ່ອຍ ໂມຊຳບິກ (FRELIMO)
ຕອນເຊົ້າວັນທີ 28 ເມສາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Chakil Aboobacar ເລຂາທິການໃຫຍ່ ພັກແນວໂຮມປົດປ່ອຍ ມໍຊຳບິກ (FRELIMO)ກຳອຳນາດ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 - 30/04/2025).
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງການເຂົ້າຮ່ວມຂອງພັກ FRELIMO , ພ້ອມກັບບັນດາພັກເພື່ອນມິດ, ອ້າຍນ້ອງມາຈາກ ອາບຟຼິກກາ ກໍ່ຄືຫຼາຍພາກພື້ນໃນໂລກ ແມ່ນຄວາມປະຕິຊົມຊືນທີ່ຍິ່ງໃຫຍ່, ການສະໜັບສະໜູນ, ລະດົມກຳລັງໃຈໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ສ່ວນທ່ານ Chakil Aboobacar ເລຂາທິການໃຫຍ່ ພັກ FRELIMOໄດ້ຢັ້ງຢືນວ່າ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ໂມຊຳບິກ, ທ່ານໃຫ້ຮູ້ວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານໄດ້ຮັບຄວາມຫວັງຢ່າງສູງ ຂອງພັກ FRELIMO ແລະ ປະຊາຊົນ ໂມຊຳບິກ ໃນການເຮັດໃຫ້ເລິກເຊິ່ງ ແລະ ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມໃນຫຼາຍດ້ານລະຫວ່າງສອງພັກ ແລະ ສອງປະເທດ ຫວຽດນາມ - ໂມຊຳບິກ.