ລາຍການໂທລະພາບ “ບົດເພງສະຫຼອງໄຊດັງກ້ອງກັງວານຕະຫຼອດໄປ” ມີການເຂົ້າຮ່ວມຂອງນັກສິລະປິນ 1.200 ຄົນ ຢູ່ສາມສະຖານທີ່ຖ່າຍທອດສົດ ພາກເໜືອ - ພາກກາງ - ພາກໃຕ້.
ລາຍການໂທລະພາບ “ບົດເພງສະຫຼອງໄຊດັງກ້ອງກັງວານຕະຫຼອດໄປ”
ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025), ຕອນຄ່ຳວັນທີ 27 ເມສາ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ແລະ ໂທລະພາບ ຫວຽດນາມ ໄດ້ປະຕິບັດລາຍການໂທລະພາບສະແດງສິລະປະ ດ້ວຍຫົວຂໍ້ “ບົດເພງສະຫຼອງໄຊດັງກ້ອງກັງວານຕະຫຼອດໄປ” ຢູ່ສາມສະຖານທີ່ຖ່າຍທອດສົດນັ້ນແມ່ນ ນະຄອນໂຮ່ຈີມິນ, ຮ່າໂນ້ຍ ແລະ ກ໋ວາງຈິ. ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມຢູ່ສະຖານທີ່ຖ່າຍທອດສົດຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມຢູ່ສະຖານທີ່ຖ່າຍທອດສົດ ຮ່າໂນ້ຍ, ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມສະຖານທີ່ຖ່າຍທອດສົດຢູ່ ກ໋ວາງຈິ.
ລາຍການໂທລະພາບ “ບົດເພງສະຫຼອງໄຊດັງກ້ອງກັງວານຕະຫຼອດໄປ” ມີການເຂົ້າຮ່ວມຂອງນັກສິລະປິນ 1.200 ຄົນ ຢູ່ສາມສະຖານທີ່ຖ່າຍທອດສົດ ພາກເໜືອ - ພາກກາງ - ພາກໃຕ້. ດ້ວຍສາມລາຍການທີ່ມີຊື່ວ່າ “ຄວາມຫວັງສັນຕິພາບ”, “ເຈດຈຳນົງເອກະລາດ, ເອກະພາບ” ແລະ “ພວກເຮົາຮູ້ສຶກເອກອ້າງທະນົງໃຈ ກ້າວຂຶ້ນ! ຫວຽດນາມເອີຍ”, ລາຍການໄດ້ວາດພາບເຖິງບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດຂອງຊາດ, ສະແດງໃຫ້ເຫັນບັນດາບົດຮຽນປະຫວັດສາດ, ຈິດໃຈສາມັກຄີ, ພ້ອມທັງຍົກໃຫ້ເຫັນ ຜົນສຳເລັດຂອງປະເທດຊາດໃນຕະຫຼອດເສັ້ນທາງແຫ່ງການສ້າງສາ ແລະ ພັດທະນາຢ່າງຈະແຈ້ງ.
(ແຫຼ່ງຄັດຈາກ VOV)