ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງການເຂົ້າຮ່ວມຂອງພັກ FRELIMO , ພ້ອມກັບບັນດາພັກເພື່ອນມິດ, ອ້າຍນ້ອງມາຈາກ ອາບຟຼິກກາ ກໍ່ຄືຫຼາຍພາກພື້ນໃນໂລກ ແມ່ນຄວາມປະຕິຊົມຊືນທີ່ຍິ່ງໃຫຍ່, ການສະໜັບສະໜູນ, ລະດົມກຳລັງໃຈໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
ທ່ານ ເລຂາທິການໃຫຍ່ ໂຕເລິມ ໃຫ້ການຕ້ອນຮັບເລຂາທິການໃຫຍ່ ພັກແນວໂຮມປົດປ່ອຍ ໂມຊຳບິກ (FRELIMO) (ພາບ: TTXVN)
ຕອນເຊົ້າວັນທີ 28 ເມສາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Chakil Aboobacar ເລຂາທິການໃຫຍ່ ພັກແນວໂຮມປົດປ່ອຍ ມໍຊຳບິກ (FRELIMO)ກຳອຳນາດ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 - 30/04/2025).
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງການເຂົ້າຮ່ວມຂອງພັກ FRELIMO , ພ້ອມກັບບັນດາພັກເພື່ອນມິດ, ອ້າຍນ້ອງມາຈາກ ອາບຟຼິກກາ ກໍ່ຄືຫຼາຍພາກພື້ນໃນໂລກ ແມ່ນຄວາມປະຕິຊົມຊືນທີ່ຍິ່ງໃຫຍ່, ການສະໜັບສະໜູນ, ລະດົມກຳລັງໃຈໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ສ່ວນທ່ານ Chakil Aboobacar ເລຂາທິການໃຫຍ່ ພັກ FRELIMOໄດ້ຢັ້ງຢືນວ່າ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ໂມຊຳບິກ, ທ່ານໃຫ້ຮູ້ວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານໄດ້ຮັບຄວາມຫວັງຢ່າງສູງ ຂອງພັກ FRELIMO ແລະ ປະຊາຊົນ ໂມຊຳບິກ ໃນການເຮັດໃຫ້ເລິກເຊິ່ງ ແລະ ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມໃນຫຼາຍດ້ານລະຫວ່າງສອງພັກ ແລະ ສອງປະເທດ ຫວຽດນາມ - ໂມຊຳບິກ.