ຕອນບ່າຍວັນທີ 27 ເມສາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມໄດ້ໃຫ້ການຕ້ອນຮັບທ່ານ Ishiba Shigeru ປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 27 – 29 ເມສາ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ 7 ການກຳນົດທິດໃຫຍ່ເພື່ອເພີ່ມທະວີການຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນໃນໄລຍະຈະມາເຖິງ, ໃນນັ້ນມີການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງແທ້ຈິງ, ມີປະສິດທິຜົນ ແລະ ບໍ່ຢຸດຢັ້ງ, ສະເໜີຍີ່ປຸ່ນ ຕັ້ງໜ້າເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງຈຸດສຸມຜ່ານແຫຼ່ງທຶນຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA)ລຸ້ນໃໝ່. ທ່ານເລຂາທິການໃຫຍ່ ກໍ່ສະເໜີສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານແຮງງານ, ຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ກະສິກຳນຳໃຊ້ເຕັກໂນໂລຢີສູງ, ເຮັດໃຫ້ການຮ່ວມມືລະຫວ່າງທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ ເລິກເຊິ່ງຂຶ້ນຕື່ມ.
ສ່ວນທ່ານນາຍົກລັດຖະມົນຕີ Ishiba Shigeru ຢັ້ງຢືນ ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ບໍ່ສາມາດຂາດໄດ້ຂອງຍີ່ປຸ່ນ, ທ່ານເນັ້ນໜັກວ່າ ຍີ່ປຸ່ນຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ປະຕິບັດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ປະຕິບັດບັນດາເປົ້າໝາຍຍຸດທະສາດ, ແຜນການພັດທະນາເສດຖະກິດ ສັງຄົມ ໃນຍຸກພັດທະນາໃໝ່, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນກ້າວເຂົ້າສູ່ໄລຍະໃໝ່.