• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ.ເບ​ລາ​ຣຸດ ຢ່າງ​ຈົບ​ງາມ

ຕອນຄ່ຳວັນທີ 12 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກສະໜາມບິນ Minsk, ນະຄອນຫຼວງ Minsk ຂອງ ເບລາຣຸດ ກັບຄືນເມືອປະເທດ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສ.ເບລາຣຸດ ຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານ Aleksandr Lukashenko ປະທານາທິບໍດີ ສ.ເບລາຣຸດ.
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ Aleksandr Turchin ນາຍົກລັດຖະມົນຕີ ເບລາຣຸດ

ກ່ອນໜ້ານັ້ນ, ກໍໃນວັນທີ 12 ພຶດສະພາ, ຢູ່ນະຄອນຫຼວງ Minsk, ທ່ານ ໂຕເລິມ ເລຂາທິການໃຫຍ່ ຫວຽດນາມ ໄດ້ມີການພົບປະກັບທ່ານນາງ Natalya Kochanova ປະທານສະພາສູງ ແລະ ທ່ານ Igor Sergeyenko  ປະທານສະພາຕ່ຳ ແລະ ການນຳພັກຄອມມູນິດ, ພັກລັດເຊຍຂາວ (white Russia). ສອງຝ່າຍເຫັນດີເປັນເອກະພາບນຳການພົວພັນສອງຝ່າຍເຂົ້າສູ່ໄລຍະໃໝ່ຂອງສັງກາດພັດທະນາໃໝ່ດ້ວຍບັນດາມາດຕະການລະອຽດ. ເຫັນດີເພີ່ມທະວີການແລກປ່ຽນຄະນະ ແລະ ພົບປະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຍົກວົງເງິນການຄ້ານຳເຂົ້າສົ່ງອອກ, ວິທະຍາສາດເຕັກໂນລຢີ, ການສຶກສາບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ ດ້ວຍການພິຈາລະນາເປີດຖ້ຽວການບິນໂດຍກົງ, ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນນຳກັນ.

ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຕາມຊ່ອງທາງລັດຖະສະພາ ແລະ ຊ່ອງທາງພັກ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍພັກການເມືອງ, ເວທີປາໄສລະຫວ່າງລັດຖະສະພາ.

        ກໍໃນວັນທີ 12 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານ Aleksandr Turchin ນາຍົກລັດຖະມົນຕີ ເບລາຣຸດ. ການນຳສອງທ່ານກໍຕົກລົງເຫັນດີຈະສ້າງໂຄງການເຄື່ອນໄຫວເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ຍົກລະດັບ. ຕອນບ່າຍຂອງວັນດຽວກັນ, ທ່ານ ໂຕເລິມ ກໍ່ໄດ້ໄປຢ້ຽມຢາມໂຮງງານ ລົດລາກ Minsk (MTZ).         

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ World Bank ຫນູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງທີ່ມີຂອບຂະຫນາດໃຫຍ່

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ World Bank ຫນູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງທີ່ມີຂອບຂະຫນາດໃຫຍ່

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ຍາມໃດກໍ່ຖື World Bank ແມ່ນຄູ່ຮ່ວມມືສຳຄັນ, ໄວ້ເນື້ອເຊື່ອໃຈ ທີ່ໄດ້ມີການຫນູນຊ່ວຍຫລາຍຢ່າງ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງຫວຽດນາມ.

Top