ຂ່າວສານ
ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມອະດີດຕຳຫຼວດປະຊາຊົນ ຫວຽດນາມ
ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີແຕ່ລະສະມາຊິກສະມາຄົມອະດີດຕຳຫຼວດປະຊາຊົນ ຫວຽດນາມ ມີການຝືກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ເປັນເຈົ້າການ, ຕັ້ງໜ້າຮຳຮຽນຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແລະ ຄຳສັ່ງສອນຕຳຫຼວດປະຊາຊົນ 6 ຂໍ້ຂອງເພິ່ນ, ສະມາຊິກສະມາຄົມແຕ່ລະຄົນ ເປັນແບບຢ່າງອັນໃສ້ແຈ້ງຢູ່ບ່ອນພັກອາໄສເພື່ອໃຫ້ຄົນລຸ້ນໜຸ່ມຮຳຮຽນ, ປະຕິບັດຕາມ. ກອງປະຊຸມໃຫຍ່ໄດ້ເລືອກເອົາຄະນະບໍລິຫານງານອາຍຸການ 2026 – 2031, ລວມມີ 61 ຄົນ. ທ່ານພົນໂທ ເລກຸຍເວືອງ ສືຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກ






