ຂ່າວສານ
ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ກົດໝາຍຕ້ອງມີສະຖຽນລະພາບ ເພື່ອໃຫ້ປະຊາຊົນ, ວິສາຫະກິດມີຄວາມອຸ່ນອ່ຽນໃຈລົງທຶນ
ຕອນເຊົ້າວັນທີ 28 ກັນຍາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການບູລະນະລະບອບລະບຽບການ ແລະ ປະຕິບັດກົດໝາຍຈັດຕັ້ງກອງປະຊຸມປະຈຳເດືອນກັນຍາ 2026 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຫົວໜ້າຄະນະຊີ້ນຳ. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ເລມິງຮຶງ, ຮອງຫົວໜ້າຄະນະຊີ້ນຳ, ທ່ານເຈິ່ນເກິ້ມຕູຜູ້ປະຈຳການຄະນະເລຂາສູນກາງພັກຊີ້ນຳ.
ຢູ່ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ບັນດາກຸ່ມເນື້ອໃນ: ສຳຫຼວດກວດຄືນລະບົບເອກະສານນິຕິກຳ; ແຜນ “ຍຸດທະສາດສ້າງລະບົບກົດໝາຍ ຫວຽດນາມ ໃຫ້ສົມບູນແບບໃນສັງກາດໃໝ່”, ຍົກສູງປະສິດທິຜົນຂອງການຈັດຕັ້ງປະຕິບັດ ກົດໝາຍ, ຊຸກຍູ້ວັດທະນະທຳປະຕິບັດຖືກຕ້ອງຕາມກົດໝາຍ…
ກ່ຽວກັບຮ່າງຍຸດທະສາດ ສ້າງລະບົບກົດໝາຍຫວຽດນາມ ໃນສັງກາດໃໝ່ໃຫ້ສົມບູນແບບ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ເນັ້ນນັກວ່າ ກົດໝາຍຕ້ອງກາຍເປັນທ່າໄດ້ປຽບໃນການແກ້ງແຍ້ງແຫ່ງຊາດ, ຮັບໃຊ້ການພັດທະນາໂດຍໄວ, ຍືນຍົງ, ຮຽກຮ້ອງແຜນຮ່າງຕ້ອງກຳນົດການພັດທະນາຍາວນານ.
ກົດໝາຍຕ້ອງມີສະຖຽນລະພາບເພື່ອໃຫ້ປະຊາຊົນ, ວິສາຫະຫກິດອຸ່ນອ່ຽນໃຈລົງທຶນ, ຄາດຄະເນໄດ້ສິດ ແລະ ພັນທະ; ພ້ອມທັງຕ້ອງມີຄວາມໄຫວພິບຢ່າງພຽງພໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ, ເຊື່ອມໂຍງເຂົ້າກັບສາກົນ, ປັບຕົວໃຫ້ແທດເໝາະກັບຄວາມກ້າວໜ້າວິທະຍາສາດເຕັກໂນໂລຢີ ແລະ ຮູບແບບດຳເນີນທຸລະກິດໃໝ່, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາບັນຫາເກີດໃໝ່ໃນຕົວຈິງ. ຫັນປ່ຽນຈາກການການກວດກາລ່ວງໜ້າໄປສູ່ການກວດກາຕາມພາຍຫຼັງຕ້ອງອີງຕາມມາດຖານ, ຂໍ້ມູນ, ການຄຸ້ມຄອງຄວາມສ່ຽງ ແລະ ຄວາມຮັບຜິດຊອບໃນການອະທິດບາຍ.






