ໃນ 6 ເດືອນຕົ້ນປີ, GDP (ຍອດຜະລິດຕະພັນພາຍໃນປະເທດ) ທົ່ວປະເທດບັນລຸລະດັບເຕີບໂຕ 8,18%. ເພື່ອປະຕິບັດສຳເລັດເປົ້າໝາຍທັງປີ, 6 ເດືອນທ້າຍປີຕ້ອງສູ້ຊົນບັນລຸລະດັບເຕີບໂຕປະມານ 11,9%.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ວັນທີ 28 ກັນຍາ, ຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ໄດ້ຈັດກອງປະຊຸມຫົວເລື່ອງ ຄັ້ງທຳອິດພາຍຫຼັງກົມການເມືອງໄດ້ໃຫ້ການຊີ້ນຳປະຕິບັດການບູລະນະ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ຫົວໜ້າຄະນະຊີ້ນຳ, ເປັນປະທານກອງປະຊຸມ. ເຂົ້າຮ່ວມມີທ່ານເຈິ່ນເກິ້ມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ ປີ 2026 ແມ່ນປີທຳອິດຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ດ້ວຍເປົ້າໝາຍການເຕີບໂຕແຕ່ 10%ຂຶ້ນໄປ. ໃນ 6 ເດືອນຕົ້ນປີ, GDP (ຍອດຜະລິດຕະພັນພາຍໃນປະເທດ) ທົ່ວປະເທດບັນລຸລະດັບເຕີບໂຕ 8,18%. ເພື່ອປະຕິບັດສຳເລັດເປົ້າໝາຍທັງປີ, 6 ເດືອນທ້າຍປີຕ້ອງສູ້ຊົນບັນລຸລະດັບເຕີບໂຕປະມານ 11,9%. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
ມີເສັ້ນທາງໜຶ່ງດຽວນັ້ນແມ່ນເພີ່ມສະມັດຕະພາບການອອກແຮງງານ ແລະ ສິ່ງນີ້ພຽງແຕ່ມາຈາກວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ມະຕິ 57 ກຳນົດຮອດປີ 2030, ຂອບຂະໜາດເສດຖະກິດດີຈີຕອນບັນລຸຢ່າງໜ້ອຍສຸດ 30% GDP ແລະ ປະກອບສ່ວນ TFP (ສະມັດຕະພາບປັດໄຈສັງລວມ) ເຂົ້າໃນການເຕີບໂຕບັນລຸກວ່າ 55%. ເພາະສະນັ້ນ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ບໍ່ແມ່ນກຳລັງໜູນໜູນຊ່ວຍອີກແລ້ວ ແຕ່ຍັງ ກາຍເປັນກຳລັງໜູນຫຼັກ, ປະກອບສ່ວນໂດຍກົງ ແລະ ຕ້ອງວັດແທກໄດ້ດ້ວຍໝາກຜົນຂອງການເຕີບໂຕລະອຽດ, ພິເສດປະກອບສ່ວນໂດຍກົງເຂົ້າການເຕີບໂຕສະມັດຕະພາບ, ເພີ່ມຄວາມສາມາດແກ້ງແຍ້ງຂອງພື້ນຖານເສດຖະກິດ.
(ແຫຼ່ງຄັດຈາກ VOV)