ຂ່າວສານ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ວັນ​ທີ 28 ກັນ​ຍາ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕ​ະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ໄດ້​ຈັດ​ກອງ​ປະ​ຊຸມ​ຫົວ​ເລື່ອງ ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ກົມ​ກາ​ນ​ເມືອງ​ໄດ້​ໃຫ້​ການ​ຊີ້​ນຳ​ປະ​ຕິ​ບັດການ​ບູ​ລະ​ນະ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ, ເປັນ​ປະ​ທານກອງ​ປະ​ຊຸມ. ເຂົ້າ​ຮ່ວມ​ມີ​ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ​ພັກ.

ຢູ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ປີ 2026 ແມ່ນ​ປີ​ທຳ​ອິ​ດ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ດ້ວຍ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ແຕ່ 10%ຂຶ້ນ​ໄປ. ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ:

​ມີເສັ້ນ​ທາງ​ໜຶ່ງ​ດຽວນັ້ນ​ແມ່ນ​ເພີ່ມ​ສະ​ມັດ​ຕະ​ພາບ​ກາ​ນ​ອອກ​ແຮງ​ງານ ແລະ ສິ່ງ​ນີ້​ພຽງ​ແຕ່​ມາ​ຈາກວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ. ມະ​ຕິ 57 ກຳ​ນົດ​ຮອດ​ປີ 2030, ຂອບ​ຂະ​ໜາດ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ບັນ​ລຸ​ຢ່າງ​ໜ້ອຍ​ສຸດ 30% GDP ແລະ ປະ​ກອບ​ສ່ວນ TFP (ສະ​ມັດ​ຕະ​ພາບ​ປັດ​ໄຈ​ສັງ​ລວມ) ເຂົ້າໃນ​ການ​ເຕີບ​ໂຕ​ບັນ​ລຸກວ່າ 55%. ເພາະ​ສະ​ນັ້ນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ບໍ່​ແມ່ນ​ກຳ​ລັງ​ໜູນ​ໜູນ​ຊ່ວຍ​​ອີກ​ແລ້ວ ແຕ່​ຍັງ ​ກາຍ​ເປັນ​ກຳ​ລັງ​ໜູນ​ຫຼັກ, ປະ​ກອບ​ສ່ວນ​ໂດຍ​ກົງ ແລະ ຕ້ອງວັດ​ແທກ​ໄດ້​ດ້ວຍ​ໝາກ​ຜົນ​ຂອງ​ການ​ເຕີບ​ໂຕ​ລະ​ອຽດ, ພິ​ເສດ​ປະ​ກອບ​ສ່ວນ​ໂດຍ​ກົງ​ເຂົ້າ​ການ​ເຕີບ​ໂຕ​ສະ​ມັດ​ຕະ​ພາບ, ເພີ່ມ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.


top