ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ກົດ​ໝາຍ​ຕ້ອງ​ມີ​ສະ​ຖຽນ​ລະ​ພາບ ເພື່ອ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ລົງ​ທຶນ

ຢູ່​ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ເຫັນ​ຕໍ່​ບັນ​ດາ​ກຸ່ມ​ເນື້ອ​ໃນ: ສຳຫຼວດກວດ​ຄືນ​ລະ​ບົບ​ເອ​ກະ​ສານນິ​ຕິ​ກຳ; ແຜນ​ “ຍຸດ​ທະ​ສາດ​ສ້າງ​ລະ​ບົບ​ກົດ​ໝາຍ ຫວຽດ​ນາມ ໃຫ້​ສົມ​ບູນ​ແບບ​ໃນ​ສັງ​ກາດ​ໃໝ່”, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກົດ​ໝາຍ, ຊຸກ​ຍູ້​ວັດ​ທະ​ນະ​ທຳ​ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ…
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 28 ກັນ​ຍາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ບູ​ລະ​ນະ​ລະ​ບອບ​ລະ​ບຽບ​ການ ແລະ ປະ​ຕິ​ບັດ​ກົດ​ໝາຍ​ຈັດ​ຕັ້ງ​ກອງ​ປະ​ຊຸມປະ​ຈຳ​ເດືອນ​ກັນ​ຍາ 2026 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ. ເຂົ້າ​ຮ່ວມ​​ກອງ​ປະ​ຊຸມ​ມີ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ, ທ່ານ​ເຈິ່ນ​ເກິ້ມ​ຕູຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ຊີ້​ນຳ.

ຢູ່​ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ເຫັນ​ຕໍ່​ບັນ​ດາ​ກຸ່ມ​ເນື້ອ​ໃນ: ສຳຫຼວດກວດ​ຄືນ​ລະ​ບົບ​ເອ​ກະ​ສານນິ​ຕິ​ກຳ; ແຜນ​ “ຍຸດ​ທະ​ສາດ​ສ້າງ​ລະ​ບົບ​ກົດ​ໝາຍ ຫວຽດ​ນາມ ໃຫ້​ສົມ​ບູນ​ແບບ​ໃນ​ສັງ​ກາດ​ໃໝ່”, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກົດ​ໝາຍ, ຊຸກ​ຍູ້​ວັດ​ທະ​ນະ​ທຳ​ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ…

ກ່ຽວ​ກັບ​ຮ່າງ​ຍຸດ​ທະ​ສາດ ສ້າງ​ລະ​ບົບ​ກົດ​ໝາຍ​ຫວຽດ​ນາມ ໃນ​ສັງ​ກາດ​ໃໝ່​ໃຫ້​ສົມ​ບູນ​ແບບ, ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເນັ້ນ​ນັກ​ວ່າ ກົດ​ໝາຍ​ຕ້ອງ​ກາຍ​ເປັນ​ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ແຫ່ງ​ຊາດ, ຮັບ​ໃຊ້​ການ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຮຽກ​ຮ້ອງ​ແຜນ​ຮ່າງ​ຕ້ອງ​ກຳ​ນົດ​ການ​ພັດ​ທະ​ນາ​ຍາວ​ນານ.

ກົດ​ໝາຍ​ຕ້ອງ​ມີ​ສະ​ຖຽນ​ລະ​ພາບ​ເພື່ອ​ໃຫ້​ປະ​ຊ​າ​ຊົນ, ວິ​ສາ​ຫະ​ຫ​ກິດ​ອຸ່ນ​ອ່ຽນ​ໃຈ​ລົງ​ທຶນ, ຄາດ​ຄະ​ເນໄດ້​ສິດ ແລະ ພັນ​ທະ; ພ້ອມ​ທັງ​ຕ້ອງ​ມີ​ຄວາມ​ໄຫວ​ພິບ​ຢ່າງ​ພຽງ​ພໍ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ຄວາມ​ກ້າວ​ໜ້າ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ຮູບ​ແບບ​ດຳ​ເນີນ​ທຸ​ລະ​ກິດ​ໃໝ່, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ ແລະ ບັນ​ດາ​ບັນ​ຫາ​ເກີດ​ໃໝ່​ໃນ​ຕົວ​ຈິງ. ຫັນ​ປ່ຽນ​ຈາກ​ການ​ການກວດ​ກາ​​ລ່ວ​ງ​ໜ້າ​ໄປ​ສູ່​ການກວດ​ກາຕາມ​ພາຍຫຼັງ​ຕ້ອ​ງ​ອີງ​ຕາມ​ມາດ​ຖານ, ຂໍ້​ມູນ, ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ ແລະ ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ອະ​ທິດ​ບາຍ.


top