• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານແຕ່ງຕັ້ງ

      ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍລະດັບຄວາມຮູ້, ປະສົບການໃນການປະຕິບັດງານຂອງຕົນ ແລະ ຄວາມຮັກທີ່ສະຫງວນໃຫ້ແກ່ ຫວຽດນາມ...
ຕອນເຊົ້າວັນທີ 17 ພະຈິກ, ທີ່ທຳນຽບປະທານປະເທດ, ທ່ານນາງ Portell Casanova Maria Del Rosario, ເອກອັກຄະລັດຖະທູດ ອູຣູກວາຍ; ທ່ານນາງ Grete Lochen, ເອກອັກຄະລັດຖະທູດ ລາຊະອານາຈັກ ນອກແວ; ທ່ານນາງ Deborah Anne Paul, ເອກອັກຄະລັດຖະທູດ ການາດາ; ທ່ານ ຈ໊ຽງໂປ, ເອກອັກຄະລັດຖະທູດ ສປ ຈີນ ເຂົ້າຢື່ນສານແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຝູຈ້ອງ, ເນື່ອງໃນໂອກາດໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ປະຈຳ ຫວຽດນາມ.
        ພາຍຫຼັງພິທີຢື່ນສານແຕ່ງຕັ້ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍລະດັບຄວາມຮູ້, ປະສົບການໃນການປະຕິບັດງານຂອງຕົນ ແລະ ຄວາມຮັກທີ່ສະຫງວນໃຫ້ແກ່ ຫວຽດນາມ, ບັນດາເອກອັກຄະລັດຖະທູດ ຈະປະຕິບັດສຳເລັດພາລະໜ້າທີ່ໄດ້ຮັບມອບໝາຍ, ແມ່ນຂົວເຊື່ອມຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດກັບ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດສຳເລັດໜ້າທີ່ໃນໄລຍະປະຕິບັດງານຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top