ທ່ານເລຂາທິການໃຫຍ່ ໂຕເລີມ ເຈລະຈາກັບປະທານາທິບໍດີ ເບລາຣຸດ Lukashenko
ທີ່ການພົບປະເຈລະຈາ, ການນຳ 2 ທ່ານ ຢືນຢັນເຖິງຄວາມສຳຄັນຂອງການຮັກສາການຕິດຕໍ່ພົວພັນໃນທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ, ພ້ອມທັງເນັ້ນໜັກເຖິງການ ຊຸກຍູ້ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ດ້ວຍບັນດາມາດຕະການທີ່ເໝາະສົມ ກັບ ສະພາບການ ແລະ ເງື່ອນໄຂຂອງແຕ່ລະປະເທດ.
ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືຈາກສັນຍາການຄ້າເສລີ ຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ-ເອີລົບ (EAEU), ເຊິ່ງ ເບລາຣຸດ ເຂົ້າເປັນສະມາຊິກ. ທ່ານເລຂາທິການໃຫຍ່ ໂຕເລີມໄດ້ສະເໜີໃຫ້ ເບລາຣຸດ ສົມທົບກັນຄົ້ນຄວ້າບັນດາມາດຕະການອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງບັນດາຜະລິດຕະພັນກະເສດ, ສິນໃນນ້ຳ, ອາຫານທະເລ, ຝຸ່ນກະເສດອອກສູ່ຕະຫຼາດເຊິ່ງກັນ ແລະ ກັນ, ເຮັດໃຫ້ການນຳເຂົ້າ-ສົ່ງອອກລະຫວ່າງສອງປະເທດເພີ່ມຂຶ້ນ.
2 ຝ່າຍກໍ່ເຫັນດີເປັນເອກະພາບບັນດາ ມາດຕະການສຳຄັນເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື:ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ການສຶກສາ ແລະ ບຳລຸງສ້າງ, ພິເສດແມ່ນໃນຂົງເຂດວິທະຍາສາດ ພື້ນຖານ, ວັດທະນະທຳ, ສິລະປະ ແລະ ກິລາ, ການຄົ້ນຄວ້າວິທະຍາສາດ; ຢືນຢັນວ່າ 2 ຝ່າຍໄດ້ລົງນາມໃນສັນຍາຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນສາມັນມີຜົນສັກສິດແຕ່ວັນທີ 30 ມັງກອນ 2025 ແລະ ການຈັດຕັ້ງບັນດາໂຄງການຮ່ວມມືດ້ານວັດທະນະທຳຈະສ້າງເງື່ອນໄຂສະດວກເພື່ອເພີ່ມທະວີການຮ່ວມມື ແລະ ແລກປ່ຽນໃນໄລຍະຈະມາເຖິງ.
ໃນຂອບເຂດຫຼາຍຝ່າຍ, 2 ຝ່າຍໄດ້ເຫັນດີສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ. ທ່ານເລຂາທິການໃຫຍ່ ໂຕເລີມ ຮຽກຮ້ອງ ເບລາຣຸດ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ເນັ້ນໜັກເຖິງການແກ້ ໄຂການຂັດແຍ້ງກັນໂດຍ ສັນຕິວິທີ, ບົນພື້ນຖານກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ພາຍຫຼັງການເຈລະຈາ, ການນຳສອງທ່ານໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ແລະ ເປັນສັກຂີພິຍານພິທີມອບຮັບບັນດາເອກະສານຮ່ວມມືໃນຂົງເຂດປ້ອງກັນປະເທດ, ວິທະຍາສາດ ແລະ ເຕັກໂນໂລຢີ, ຍຸຕິທຳ, ສາທາລະນະສຸກ, ວັດທະນະທຳ, ວິທະຍຸກະຈາຍສຽງ ແລະ ການພົວພັນແລກປ່ຽນປະຊາຊົນ.