• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດພົບປະສັງສັນກັບຜູ້ຕາງໜ້າຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ

ຕອນເຊົ້າວັນທີ 10 ເມສາ, ທີ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ພົບປະສັງສັນກັບຜູ້ຕາງໜ້າຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອຮັບຟັງການສ່ອງແສງທາງດ້ານແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນທຸກຊັ້ນວັນນະ.
 ທີ່ການພົບປະສັງສັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບຟັງ, ຮັບຮູ້, ຮັບເອົາບັນດາຄຳຄິດເຫັນກົງໄປກົງມາຂອງບັນດາສະມາຊິກຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຜ່ານນັ້ນ ກຳໄດ້ແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນທຸກຊັ້ນວັນນະ.  ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນໜັກວ່າ: ບົດບາດສຳຄັນຂອງແນວໂຮມປະເທດຊາດ ຫວຽດນາມ ໃນການເພີ່ມທະວີຄວາມສາມັກຄີເປັນເອກະພາບ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມສາມັກຄີສາກົນ, ຍາດແຍ່ງເອົາການສະໜັບສະໜູນ, ຄວາມສາມັກຄີຊ່ວຍເຫຼືອຂອງບັນດາປະເທດໃນໂລກຢ່າງສຸດຂີດ, ດ້ວຍຈິດໃຈ ຫວຽດນາມ ພ້ອມແລ້ວທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນປະຊາຄົມສາກົນ.

 ທີ່ການພົບປະສັງສັນ (ພາບ: TTXVN)

ກ່ຽວກັບບັນຫາຄວາມເສລີໃນການເຫລື້ອມໃສສາສະໜາ, ທ່ານເລຂາທິການໃຫຍ່, ປະທານປະເທດຢືນຢັນວ່າ: ພັກ, ລັດຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາສາສະໜາພັດທະນາຢ່າງເສລີ.

        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນໜັກວ່າ: ຄວນກຳແໜ້ນທັດສະນະ, ແນວທາງຍຸດທະສາດຍາວນານຂອງພັກ, ລັດ. ນັ້ນແມ່ນຄວາມຢຶດໝັ້ນຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນຄົງ, ແຕ່ຕ້ອງມີວິທີການປະຕິບັດຢ່າງມີປະສິດທິຜົນ, ຮັກສາສະຖຽນລະພາບເພື່ອພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top