• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາຄະນະພັກນະຄອນໂຮ່ຈີມິນ ຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ

ທ່ານ ຫງວຽນວັນເນັນ ຢັ້ງຢືນວ່າ, ນະຄອນໂຮ່ຈີມິນ ປາດຖະໜາ ແລະ ພ້ອມແລ້ວທີ່ຈະສວມບົດບາດເປັນປັດໄຈຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ອາເມລິກາ.

ທ່ານ ຫງວຽນວັນເນັນ ຢັ້ງຢືນວ່າ, ນະຄອນໂຮ່ຈີມິນ ປາດຖະໜາ ແລະ ພ້ອມແລ້ວທີ່ຈະສວມບົດບາດເປັນປັດໄຈຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ອາເມລິກາ.

    

ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນໂຮ່ຈີມິນ ຕ້ອນຮັບ ທ່ານນາງ Wendy Sherman, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: TTXVN)

ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ແລະ ເຈລະຈາກັບທ່ານນາງ Wendy Sherman, ຮອງລັດຖະມົນຕີກະຊວງກະຊວງການຕ່າງປະເທດ ອາເມລິກາ, ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ.

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນັນ ຢັ້ງຢືນວ່າ, ນະຄອນໂຮ່ຈີມິນ ປາດຖະໜາ ແລະ ພ້ອມແລ້ວທີ່ຈະສວມບົດບາດເປັນປັດໄຈຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ອາເມລິກາ, ຜ່ານບັນດາການຮ່ວມມືຂັ້ນທ້ອງຖິ່ນ, ດ້ວຍບົດບາດເປັນສູນເສດຖະກິດຂອງທົ່ວປະເທດ. ທາງນະຄອນປາດຖະໜາ ຢາກດຶງດູດບັນດາວິສາຫະກິດ ອາເມລິກາ ມາລົງທຶນ, ພິເສດແມ່ນບັນດາຂົງເຂດບຸລິມະສິດເຊິ່ງ ອາເມລິກາ ມີທ່າແຮງຄື: ຂົງເຂດເຕັກໂນໂລຊີສູງ, ຕົວເມືອງທັນສະໄໝ, ສາທາລະນະສຸກ, ການເງິນ, ພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃໝ່...

ສ່ວນທ່ານນາງ ຮອງລັດຖະມົນຕີກະຊວງກະຊວງການຕ່າງປະເທດ Wendy Sherman ຖືວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຄວນຊຸກຍູ້ຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດ, ພິເສດແມ່ນໃນຂົງເຂດພະລັງງານ, ສິ່ງແວດລ້ອມ, ເຕັກໂນໂລຊີສູງ ແລະ ການສຶກສາ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top