• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາຄະນະພັກນະຄອນຮ່າໂນ້ຍ: ປະຕິບັດສະພາບປົກກະຕິໃໝ່ ເມື່ອຄວບຄຸມໂລກລະບາດໂຄວິດ - 19 ໄດ້ແລ້ວ

      ທ່ານ ດິງຕຽນຢຸງ ເນັ້ນໜັກເຖິງຄວາມສຳຄັນຕ້ອງຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດຢ່າງແຮງ ແລະ ໃຫ້ຮູ້ວ່າ ນະຄອນຈະຈັດກອງປະຊຸມສົນທະນາ ກັບວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກ.
ທ່ານ ດິງຕຽນຢຸງ ເລຂາຄະນະພັກ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະນອນຮ່າໂນ້ຍ
(ພາບ: baochinhphu.vn)
      ຮ່າໂນ້ຍຕັດສິນໃຈປະຕິບັດການຊີ້ນຳຂອງ ສູນກາງພັກ ກ່ຽວກັບການສ້າງສະພາບປົກກະຕິໃໝ່ ຢ່າງ ເຂັ້ມງວດ ແລະ ມີປະສິດທິຜົນພາຍຫຼັງຄວບຄຸມໂລກລະບາດໂຄວິດ - 19 ໄດ້, ນະຄອນຈະປະຕິບັດເທື່ອລະກ້າວ, ມີຄວາມລະມັດລະວັງ ບົນຈິດໃຈການກັບມາເຄື່ອນໄຫວຄືນໃໝ່ເປີດຄືນຢ່າງມີລະບຽບຮຽບຮ້ອຍ, ມີຫຼັກການເພື່ອປົກປ້ອງຄວາມປອດໄພໃຫ້ແກ່ນະຄອນ ແລະ ຟື້ນຟູການພັດທະນາເສດຖະກິດ, ສັງຄົມ. ນັ້ນແມ່ນຄຳຢັ້ງຢືນຂອງ ທ່ານ ດິງຕຽນຢຸງ ເລຂາຄະນະພັກ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະນອນຮ່າໂນ້ຍ ໃນການເຮັດວຽກ ລະຫວ່າງ ຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ ກັບອົງການຕ່າງໆຂອງນະຄອນ ກ່ອນການຈັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ XV ທີ່ດຳເນີນໃນວັນທີ 14 ຕຸລາ.
ທ່ານ ດິງຕຽນຢຸງ ເນັ້ນໜັກເຖິງຄວາມສຳຄັນຕ້ອງຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດຢ່າງແຮງ ແລະ ໃຫ້ຮູ້ວ່າ ນະຄອນຈະຈັດກອງປະຊຸມສົນທະນາ ກັບວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກ. ທ່ານກ່າວວ່າ:
      “ພວກຂ້າພະເຈົ້າສືບຕໍ່ກຳໄດ້ຜົນກະທົບ, ສະພາບຄວາມຫຍຸ້ງຍາກຂອງ ວິສາຫະກິດ, ປະຊາຊົນ, ແຕ່ລະຕາແສງ, ເທດສະບານ, ເມືອງ ຢ່າງຄົບຖ້ວນ, ຮອບດ້ານ ແລະ ເລິກເຊິ່ງ ເພື່ອສ້າງແຜນພັດທະນາເສດຖະກິດ ສັງຄມ, ຜະລິດ, ດຳເນີນທຸລະກິດ ທັງເປັນເຈົ້າການ ປ້ອງກັນ, ຕ້ານໂລກລະບາດ ຢ່າງຖືກຕ້ອງຕາມທິດນຳທີ່ວ່າ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” ແລະ ກັບຄືນສູ່ສະພາບປົກກະຕິໃໝ່ໂດຍໄວ.”
(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top