ຂ່າວສານ
ເພື່ອໃຫ້ນະວັດຕະກຳ ແລະ ການຫັນເປັນດີຈີຕອນກາຍເປັນກຳລັງໜູນພັດທະນາປະເທດຊາດຢ່າງແທ້ຈິງ
ປີ 2025 ສ້າງຂີດໝາຍຫັນປ່ຽນສຳຄັນຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ແມ່ນປີທຳອິດທົ່ວຂະແໜງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ບັນດາໝາກຜົນທີ່ບັນລຸໄດ້ສ້າງພື້ນຖານເພື່ອນະວັດຕະກຳ ແລະ ການຫັນເປັນດີຈີຕອນກາຍເປັນກຳລັງໜູນພັດທະນາປະເທດຊາດຢ່າງແທ້ຈິງ. ນີ້ແມ່ນເນື້ອໃນຢູ່ກອງປະຊຸມສະຫຼຸບວຽກງານປີ 2025 ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມໃນປີ 2026 ຂອງກະຊວງວິທະຍສາດ ແລະ ເຕັກໂນໂລຢີ, ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 26 ທັນວາ ຢູ່ຮ່າໂນ້ຍ. ກ່ຽວກັບໜ້າທີປີ 2026, ທ່ານລັດຖະມົນຕີ ຫງວຽນແມັ້ງຮຸ່ງ ເນັ້ນໜັກວ່າ:
ປີ 2026 ແມ່ນປີເພີ່ມຄວາມໄວໃນການຜັນຂະຫຍາຍມະຕິເລກທີ 57, ຫັນປ່ຽນຢ່າງແຮງຈາກການສ້າງລະບອບລະບຽບການມາເປັນການສ້າງໝາກຜົນຢ່າງແທ້ຈິງ, ອາດສາມາດວັດແຖກ ແລະ ແຜ່ກະຈາຍໄດ້, ມີຜົນກະທົບຕໍ່ການເຕີບໂຕເສດຖະກິດ, ຕໍ່ຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ສຸມແຫຼ່ງກຳລັງໃຫ້ແກ່ບາງໂຄງການຈຸດສຸມແຫ່ງຊາດແທນທີ່ເຮັດແບບກະແຈກກະຈາຍ.







