ຂ່າວສານ
ເພື່ອນມິດສາກົນ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສະແດງນ້ຳໃຈມິດຕະພາບ, ຄວາມສົນໃຈຢ່າງເລິກເຊິ່ງຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ
ໄລ່ຮອດວັນທີ 19 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບຈົດໝາຍ 559 ສະບັບ, ແລະ ສານຊົມເຊີຍຈາກ 109 ພັກການເມືອງ, 6 ອົງການຈັດຕັ້ງສາກົນ ແລະ ພາກພື້ນ, 16 ສ່ວນບຸກຄົນ ແລະ 122 ອົງການຈັດຕັ້ງປະຊາຊົນ ແລະ 306 ສະມາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ລາຍງານກ່ຽວກັບຈົດໝາຍ, ສານຊົມເຊີຍໄປຍັງກອງປະຊຸມໃຫຍ່, ຢູ່ວາລະໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາງ ບຸຍທິກວຽນເວິນ, ກຳມະການຄະນະເລຂານຸການກອງປະຊຸມໃຫຍ່, ເນັ້ນໜັກວ່າ ເນື້ອໃນບັນດາຈົດໝາຍ, ສານຊົມເຊີຍສະແດງນ້ຳໃຈມິດຕະພາບ, ການຮ່ວມມື ແລະ ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຕໍ່ເຫດການການເມືອງສຳຄັນຂອງພັກ, ລັດ.
ນີ້ແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ສຳລັບພາລະກິດແຫ່ງການປ່ຽນແປງໃໝ່ຂອງປະຊາຊົນ ຫວຽດນາມ ໂດຍພັກກອມມູນິດ ຫວຽດນາມ ລີ້ເລີ່ມ ແລະ ນຳພາ, ກໍ່ແມ່ນການສະແດງທີ່ມີຊີວິດຊີວາຂອງການພົວພັນຮ່ວມມື, ມິດຕະພາບທີ່ນັບມື້ນັບເລິກເຊິ່ງລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ; ກໍ່ຄືນ້ຳໃຈນັບມື້ນັບສະໜິດແໜ້ນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ.








