• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືຫລາຍດ້ານລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ລາວ

      ວັນທີ 12 ກໍລະກົດ ສະຫະພັນແຮງງານແຂວງ ກອນຕຸມ ຫວຽດນາມ ແລະ ສະຫະພັນກຳມະບານແຂວງ ອັດຕະປື ລາວ ເຊັນໂຄງການຮ່ວມມືໄລຍະ 2017 – 2020 ລະຫວ່າງ 2 ແຂວງ

ການນຳແຂວງ ເທື່ອທຽນ - ເຫວ້ ແລະ ແຂວງ ສາລະວັນ ປະເທດ ລາວ ດຳເນີນການເຈລະຈາປະຈຳປີ (ພາບ: thuathienhue.gov.vn)
      ຕາມນັ້ນແລ້ວ, ໄລຍະ 2017 – 2020, ສະຫະພັນແຮງງານແຂວງ ກອນຕຸມ ແລະ ສະຫະພັນກຳມະບານແຂວງ ອັດຕະປື ຈະແລກປ່ຽນ, ຝຶກອົບຮົມວີຊາສະເພາະກ່ຽວກັບວຽກງານຈັດຕັ້ງກຳມະບານ ແລະ ແຮງງານ; ຍູ້ແຮງການໂຄສະນາໃຫ້ຜູ້ອອກແຮງງານກ່ຽວກັບຄວາມໝາຍສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ.
        ແລະກໍ່ໃນວັນດຽວກັນ, ທີ່ນະຄອນ ເຫວ້, ການນຳແຂວງ ເທື່ອທຽນ - ເຫວ້ ແລະ ແຂວງ ສາລະວັນ ປະເທດ ລາວ ດຳເນີນການເຈລະຈາປະຈຳປີ ແລະ ເຊັນບົດບັນທຶກຊ່ວຍຈຳກ່ຽວກັບວຽກງານຊາຍແດນລະຫວ່າງ 2 ທ້ອງຖິ່ນ. ໃນໄລຍະຈະມາເຖິງ, ແຂວງ ເທື່ອທຽນ - ເຫວ້ ສືບຕໍ່ສົມທົບກັບແຂວງ ສາລະວັນ ຊ່ວຍເຫຼືອ, ໜູນຊ່ວຍປະຊາຊົນເຂດຊາຍແດນດຳລົງຊີວິດເປັນປົກກະຕິ; ໜູນຊ່ວຍພັນປູກ, ສັດລ້ຽງ, ແນະນຳການເຕັກນິກ, ຮູບການປູກຝັງ; ໜູນຊ່ວຍກວດກາປິ່ນປົວພະຍາດ ແລະ ສະໜອງຢຸກຢາຕາມປົກກະຕິ. ພ້ອມກັນນັ້ນ ສຶບຕໍ່ຮ່ວມມື, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ພັດທະນາ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top